ຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງເຄື່ອນໄຫວຢ້ຽມຢາມລາວ


ຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງເຄື່ອນໄຫວຢ້ຽມຢາມລາວ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈີ້ງ​ດີງ​ຢຸງ

(vovworld)-ໃນຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 5 – 6/10, ຕອນ​ບ່າຍ​ວັນ​ທີ 5/10, ຢູ່​ນະ​ຄອນຫຼວງວຽງ​ຈັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈີ້ງ​ດີງ​ຢຸງ ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈີ້ງ​ດີງ​ຢຸງ ໄດ້​ລາຍ​ງານ​ໃຫ້​ບັນ​ດາ​ການ​ນຳ​ລາວ​ຊາບ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ເຈ​ລະ​ຈາ​ກັບ​ທ່ານ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສອນ​ໄຊ ສີ​ພັນ​ດອນ. ຕາມນັ້ນ​ແລ້ວ, 2 ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ, ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 38 ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດ​ນາມ-ລາວ, ສັນ​ຍາ​ຮ່ວມ​ມື​ຫວຽດ​ນາມ​ໄລ​ຍະ 2016-2020. 2 ຝ່າຍ​ເປັນ​ເອ​ກະ​ສັນ​ໃຫ້​ບຸ​ລິ​ມະ​ສິດ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ເຊື່ອມ​ຕໍ່​ດ້ານ​ພະ​ລັງ​ງານ ແລະ ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ລະ​ຫວ່າງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ