(vovworld) – ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງໄຕຫງວຽນ, ຕອນເຊົ້າວັນທີ 9/4, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ມີການເຮັດວຽກກັບບໍລິສັດປ່າ Krong Bong ຈຳກັດຜູ້ດຽວ, ຢູ່ເມືອງຫ່າງໄກສອກຫຼິກ Krong Bong, ແຂວງດັກລັກ ກ່ຽວກັບວຽກງານຄຸ້ມຄອງປົກປັກຮັກສາປ່າ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ລະດົມກຳລັງໃຈບໍລິສັດປ່າໄມ້ Krong Bong ສືບຕໍ່ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນເປັນເຈົ້າຕົນເອງ ເພື່ອປະຕິບັດການຄຸ້ມຄອງປົກປັກຮັກສາປ່າ ເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳອຳນາດການປົກຄອງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຢູ່ແຂວງດັກລັກ ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນໃນການປົກປັກຮັກສາປ່າ ໃຫ້ຫດີກວ່າອີກ.