ພາບປະກອບ
|
(vovworld) – ເນື່ອງໃນໂອກາດວັນບຸນ ຄຼິດສມາດ ປີ 2016, ວັນທີ 20/12, ທ່ານ ເຈືອງຮ່ວາບີ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ, ອວຍພອນຢູ່ສຳນັກສັງຄະລາດໃຫຍ່ເຂດຊາວຄຼິດນະຄອນໂຮ່ຈີມິນ, ສັງຄະນາຍົກ ບູ່ຍວັນດອກ, ພະຄາດີນັນ ຟ້າມມີງເໝີນ, ອະດີດ ສັງຄະນາຍົກ ເຂດຊາວຄຼິດນະຄອນໂຮ່ຈີມິນ ແລະ ປະທານສະມາຄົມໂປແຕສຕັງ ຫວຽດນາມ (ພາກໃຕ້). ທີ່ບັນດາແຫ່ງເຊິ່ງທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ມາຢ້ຽມຢາມນັ້ນ, ທ່ານໄດ້ຂອບອົກຂອບໃຈຄວາມສາມັກຄີ, ການປະກອບສ່ວນຂອງພໍ່ແມ່ປະຊາຊົນຊາວຄຼິດ, ສາສະນິກະຊົນໂປແຕສຕັງເຂົ້າໃນບັນດາຜົນງານລວມຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ສາສະໜາ, ສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ບັນດາສາສະໜາເຄື່ອນໄຫວຕາມຂອບເຂດກົດໝາຍເພື່ອເສີມຂະຫຍາຍນ້ຳໃຈສາມັກຄີຊົນຊາດ, ຄວາມມະຫາສາມັກຄີທົ່ວປວງຊົນໃນຂະບວນການສ້າງສາ ແລະ ພັດທະນາປະເທດຊາດຢ່າງສູງສຸດ.