ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດ
ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 27/09, ສະຖາບັນການເມືອງການປົກຄອງແຫ່ງຊາດ ໄດ້ຈັດພິທີໄຂສົກຮຽນໃໝ່ 2016 – 2017. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ: ລັດຖະບານພວມຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສຸມໃສ່ກໍ່ສ້າງພື້ນຖານການເມືອງການປົກຄອງແຫ່ງລັດທີ່ສ້າງສັນ, ສັດຊື່ບໍລິສຸດ, ໂປ່ງໄສ, ມີຄວາມຮັບຜິດຊອບ, ມີປະສິດທິພາບ ປະສິດທິຜົນ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ… ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີວ່າ.
“ຂ້າພະເຈົ້າສະເໜີຕ້ອງກວດກາ, ປ່ຽນໃໝ່ເນື້ອໃນ, ລາຍການສິດສອນອຸດົມສົມບຸນ ດ້ວຍຫຼາຍຮູບການສຶກສາ, ຂັ້ນຕອນສຶກສາ ຕິດພັນກັບຄວາມຮຽກຮ້ອງຂອງພະນັກງານ, ລັດຖະກອນ, ພາລະກອນ ແລະ ພື້ນຖານການເມືອງທັນສະໄໝ, ໃນເງື່ອນໄຂເສດຖະກິດການຕະຫຼາດສັງຄົມນິຍົມ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ມີຄຸນນະພາບ ແລະ ເນື້ອໃນການສຶກສາແມ່ນພື້ນຖານສຳຄັນ ແລະ ແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນມີອາຊີບ”.