ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງ ຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງຊາດຈີນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ 
ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງ ຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງຊາດຈີນ - ảnh 1 ທ່ານ ຖາງຈ໋າວ ແລະ ທ່ານ ເຈືອງຮ່ວາບີ່ງ

ວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ໄດ້ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ ຈີນ ຖາງຈ໋າວ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຊົມເຊີຍການຢ້ຽມຢາມ ຫວຽດນາມ ຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ ຈີນ ແລະ ແລກປ່ຽນກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ ຈີນ ຖາງຈ໋າວ ໄດ້ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຮັບຊາບກ່ຽວກັບໝາກຜົນຂອງການເຮັດວຽກອັນດີງາມກັບກະຊວງຕຳຫຼວດ ຫວຽດນາມ, ພິເສດແມ່ນໃນວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປ້ອງກັນຄວາມປອດໄພໃຫ້ບັນດາການຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ