ທ່ານ Mark Ian Price ແລະ ທ່ານ ເວືອງດິ່ງເຫ້ວ
|
(vovworld) – ຕອນບ່າຍວັນທີ 19/10, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Mark Ian Price, ລັດຖະມົນຕີກ່ຽວກັບການຄ້າ ແລະ ການລົງທຶນລາຊະອານາຈັກ ອັງກິດ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ປາດຖະໜາວ່າ ບັນດາວິສາຫະກິດ ອັງກິດ ເພີ່ມທະວີການລົງທຶນເຂົ້າບັນດາພື້ນຖານໂຄງລ່າງ, ບັນດາຂົງເຂດຄືການບັນເທິງ, ທະນາຄານ, ປະກັນໄພກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ເອົາໃຈໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍົກສູງກຳລັງແກ່ງແຍ້ງເພື່ອສ້າງເງື່ອນໄຂດີກ່ວາອີກໃຫ້ແກ່ການພັດທະນາວິສາຫະກິດ, ການຄ້າ ແລະ ການລົງທຶນ ພ້ອມທັງປາດຖະໜາວ່າບັນດານັກລົງທຶນຕ່າງປະເທດໃນນັ້ນມີ ອັງກິດ ຈະເຂົ້າຮ່ວມວິວັດທະນາການສ້າງໂຄງປະກອບພື້ນຖານເສດຖະກິດ ຫວຽດນາມ ຫຼາຍກ່ວາ, ພິເສດແມ່ນໃນລະບົບທະນາຄານ.
ໂດຍເຫັນດີເຫັນພ້ອມກັບຂໍ້ສະເໜີຂອງທ່ານ ເວືອງດິ່ງເຫ້ວ, ທ່ານ Mark Ian Price ຢັ້ງຢືນວ່າ: ລາຊະອານາຈັກອັງກິດ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ແລະ ຈະສືບຕໍ່ໜູນຊ່ວຍ, ເຂົ້າຮ່ວມໃນວິວັດທະນາການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໃນໄລຍະຈະມາເຖິງ.