ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ສ. ເຊັກ
(ພາບ: Doãn Tấn/ ສຳນັກຂ່າວສານຫວຽດນາມ)
(vovworld) - ວັນທີ 21/1, ທີ່ການຕ້ອນຮັບຄະນະຜູ້ແທນກະຊວງອຸດສາຫະກຳ - ການຄ້າ ສາທາລະນະລັດ ເຊັກ ໂດຍທ່ານລັດຖະມົນຕີ Martin Kuba ນຳໜ້າ ທີ່ພວມຢູ່ຢ້ຽມຢາມຫວຽດນາມ ນັ້ນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈູງຫາຍ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ຖືການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ເຂດ ເອີລົບຕາເວັນອອກ ເປັນສຳຄັນ, ພິເສດແມ່ນ ສ. ເຊັກ. ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງເລື່ອງ ເຊັກ ຮັກສາການສະຫຼອງທຶນ ODA ໃຫ້ແກ່ຫວຽດນາມ ພ້ອມທັງສະເໜີໃຫ້ລັດຖະບານ ເຊັກ ສືບຕໍ່ສະໜອງ ແລະ ເພີ່ມເຕີມທຶນ ODA ໃຫ້ແກ່ຫວຽດນາມ, ໂດຍສະເພາະແມ່ນສຳລັບບັນດາໂຄງການໃນຂົງເຂດສາທາລະນະສຸກ, ໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ ດີໂອຊີນ, ອຸດສາຫະກຳເບົາ ແລະ ນຳໃຊ້ພະລັງງານຄືນໃໝ່. ໃນໄລຍະຈະມາເຖິງ, ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຊອກຫາບັນດາຂົງເຂດບຸລິມະສິດການຮ່ວມມືທີ່ມີທ່າແຮງຂອງແຕ່ລະປະເທດ. ທ່ານ Martin Kuba, ລັດຖະມົນຕີ ກະຊວງອຸດສາຫະກຳ - ການຄ້າ ເຊັກ ຢືນຢັນວ່າ: ບັນດາຂົງເຂດເຊິ່ງຫວຽດນາມ ພວມຕ້ອງການໄດ້ຮັບການພັດທະນາ, ເຊັກ ມີຄວາມສາມາດຢ່າງພຽງພໍເພື່ອຕອບສະໜອງ ແລະ ພ້ອມແລ້ວທີ່ຈະຮ່ວມມືເພື່ອນຳການການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.