(vovworld) - ຕອນເຊົ້າວັນທີ 14/4, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີເລີ່ມລົງມືກໍ່ສ້າງຂົວ ໄຊງ່ອນ 2. ຂົວໄຊງ່ອນ 2 ໄດ້ຮັບການກໍ່ສ້າງມີລວງຍາວເກືອບ 990 ມ, ກ້ວາງ 23,5 ມ. ຍອດເງິນລົງທຶນໃຫ້ແກ່ກິດຈະກຳນີ້ ຄາດວ່າເກືອບ 1,5 ພັນຕື້ດົ່ງ. ພາຍຫຼັງໄດ້ຮັບການກໍ່ສ້າງສຳເລັດ, ຂົວໄຊງ່ອນ 2 ຈະປະກອບສ່ວນແກ້ໄຂສະພາບລົດຕິດ, ຍົກສູງກຳລັງຄວາມສາມາດທາງຄົມມະນາຄົມຢູ່ທິດຕາເວັນອອກສ່ຽງເໜືອ, ເໝາະສົມກັບແຜນກຳນົດພັດທະນາຄົມມະນາຄົມຂົນສົ່ງນະຄອນໂຮ່ຈີມິນ ຮອດປີ 2020 ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງນະຄອນ ແລະ ເຂດເສດຖະກິດຈຸດສຸມພາກໃຕ້. ກ່າວຄຳເຫັນຊີ້ນຳພິທີລົງມືກໍ່ສ້າງ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ຊີ້ແຈງວ່າ:
“ຂ້າພະເຈົ້າສະເໜີເຈົ້າຂອງລົງທຶນ, ບັນດາຫົວໜ່ວຍປະຕິບັດການກໍ່ສ້າງ ຍົກສູງນ້ຳໃຈຮັບຜິດຊອບ, ປະຕິບັດຕາມການອອກແບບ, ຮັບປະກັນຄຸນນະພາບກິດຈະກຳສາມາດນ້ຳໃຊ້ໄດ້ໃນເວລາ 100 ປີ. ພິເສດ, ກິດຈະກຳນີ້ແມ່ນຕັ້ງຢູ່ນະຄອນໂຮ່ຈີມິນ ເຊິ່ງແມ່ນນະຄອນນຳໜ້າດ້ານເສດຖະກິດຂອງທົ່ວປະເທດ, ດັ່ງນັ້ນພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາເຈົ້າຂອງລົງທຶນບັນດານັກປະມຸນ ຮັບປະກັນສະຖາປັດຕະຍະກຳ ແລະ ຄຸນນະພາບກິດຈະກຳ”