( vovworld ) - ຕອນເຊົ້າວັນທີ 26/6, ຢູ່ເທດສະບານເມືອງ P’rao, ເມືອງ ດົງຢາງ, ແຂວງກວາງນາມ; ທ່ານ Nguyen Xuan Phuc ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ດົງຢາງ ເກືອບ 500 ຄົນ. ນະທີ່ນີ້, ຜູ້ມີສິດເລືອກຕັ້ງເມືອງດົງຢາງ, ແຂວງກວາງນາມ ຫຼາຍຄົນ, ໄດ້ສະແດງຄວາມພາກພູມໃຈກ່ຽວກັບໝາກຜົນຂອງກອງປະຊຸມ, ພ້ອມກັນນັ້ນ, ປາດຖະໜາວ່າ ຄະນະສະມາຊິກສາພາແຫ່ງຊາດແຂວງກວາງນາມ ສືບຕໍ່ມີບັນດາການເຄື່ອນໄຫວຢ່າງແທດຈິງ ແລະ ແມ່ນຂົວເຊື່ອມຕໍ່ລະຫວ່າງຜູ້ມີສິດເລືອກຕັ້ງກັບສະພາແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບເສດຖະກິດສັງຄົມຂອງປະເທດຊາດ, ແກ້ໄຂບາງຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ພ້ອມກັນນັ້ນກໍ່ຮັບຮູ້ ແລະ ລວບລວມຄວາມເຫັນເພື່ອຍື່ນສະເໜີທີ່ກອງປະຊຸມຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ເນັ້ນໜັກວ່າ.
“ ບັນຫາທີ່ພໍ່ແມ່ປະຊາຊົນເອົາໃຈໃສ່ແມ່ນປູລະນະກົງຈັກບໍລິຫານແຫ່ງລັດ ແລະ ລະບອບຕໍ່ພະນັກງານຂັ້ນຮາກຖານ. ໃນ ປະຈຸບັນ, ພວກເຮົາມີຖັນແຖ້ວລັດຖະກອນພຽງ 2,8 ລ້ານຄົນ, ແຕ່ຖັນແຖວພະນັກງານຕາແສງ, ບ້ານແມ່ນກວ່າ 1,5 ລ້ານຄົນ, ກວມເອົາເຄຶ່ງໜຶ່ງຈຳນວນພະນັກງານລັດຖະກອນປະຈຸບັນ. ໃນໄລຍະທີ່ຈະມາເຖິງ ຈະຄິດໄລ່ຄືນໃໝ່, ໂດຍກຳນົດພະນັກງານບັນຈຸໃຫ້ເໝາະສົມ. ລັດຖະບານ ແລະ ບັນດາຂະແໜງການສູນກາງ ຈະປະຕິຮູບເງິນເດືອນ ບົ່ນຈິດໃຈຮັບປະກັນການຜະລິດໃຫ້ແກ່ຄົນງານ. ”