ຮອງນາຍົກລັດຖະມົນຕີ Nguyen Xuan Phuc ໃຫ້ການຕ້ອນຮັບລັດຖະມົນຕີ ລາວ


ຮອງນາຍົກລັດຖະມົນຕີ Nguyen Xuan Phuc ໃຫ້ການຕ້ອນຮັບລັດຖະມົນຕີ ລາວ - ảnh 1

ທ່ານລັດຖະມົນຕີ ບໍ່ວຽງຄຳ ວົງດາລາ ແລະ ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc
(ພາບ: VGP/lê Sơn)

(vovworld) - ຕອນ​ບ່າ​ຍວັນ​ທີ 24/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ສປປ ລາວ ​ໂດຍ​ທ່ານ​ລັດຖະມົນຕີ ບໍ​່ວຽງ​ຄຳ ວົງ​ດາລາ, ປະທານ​ສະ​ຖາ​ບັນ​ວິທະຍາສາດ​ແຫ່ງ​ຊາດ ລາວ​ ນຳ​ໜ້າ ທີ່ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 20 – 26/7. ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ບໍ​່ວຽງ​ຄຳ ວົງ​ດາລາ ຫວັງ​ວ່າ: 2 ຝ່າຍ​ເພີ່​ມທະວີ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ພິ​ເສດ​ແມ່ນ​ບຳລຸງ​ສ້າງ​ແຫຼ່ງພະນັກງານ​ຄຸ້ມ​ຄອງ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ຄູ​ສ​ອນ​​ເໜືອມະຫາ​ວິ​ທະຍາ​ໄລ, ສືບ​ຕໍ່​ແລກປ່ຽນ​ເອກະສານ ​ແລະ ​ແຫຼ່ງຂໍ້​ມູນ​ດ້ານ​ວິທະຍາສາດ, ​ແລກປ່ຽນ​ບົດຮຽນ, ພິ​ເສດ​ແມ່ນ​ໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ​ວິທະຍາສາດ ທີ່​ມີ​ຄວາມ​ສາມາດ​ນຳ​ໃຊ້​ໃນ​ຊີວິດ​ການ​ເປັນ​ຢູ່, ປະກອບສ່ວນ​ຊຸກ​ຍູ້​ການ​ຖ່າຍ​ທອດ​ເຕັກ​​ໂນ​ໂລ​ຢີຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc  ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ພ້ອມ​ແລ້ວ​ທີ່​ສະໜັບ​ສະ​ໜູນ​ບັນດາ​ແຜນການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ 2 ປະ​ເທດ ຫວຽດນາມ - ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc  ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ບໍ​່ພຽງ​ແຕ່​ຢຸດຢູ່ໃນ​ລາຍການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີລະຫວ່າງ ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ເທົ່າ​ນັ້ນ ຫາກ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ຊຸກ​ຍູ້​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ນຳ​ໃຊ້​ຜົນງານ​ດ້ານວິທະຍາສາດ ​​ເຂົ້າ​ໃນ​ການ​​ຜະລິດ ຢູ່​ບັນດາ​ທ້ອງ​ຖິ່ນ ພິ​ເສດ​ແມ່ນ​ບັນດາ​ທ້ອງ​ຖິ່ນ​ຢູ່​ຊາຍ​ແດນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຊີວິດ​ການ​ເປ​ັນຢູ່​ໃຫ​້​ແກ່​ປະຊາຊົນ.

ຂ່າວ/ບົດ​ອື່ນ