(vovworld) - ວັນທີ 24/10, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນນະຄອນວຽງຈັນ, ແຫ່ງ ສປປ ລາວ ໂດຍທ່ານ ສີນລະວົງ ຄຸດໄພທູນ, ເລຂາຄະນະພັກ, ເຈົ້າຄອງນະຄອນວຽງຈັນນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກສະແດງຄວາມເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງໃໝ່, ທ່ານສີນລະວົງ ຄຸດໄພທູນ ຈະມີການອຸທິດສ່ວນໃຫ້ແກ່ການພັດທະນານະຄອນຫຼວງວຽງຈັນ ກໍ່ຄືພາລະກິດປະຕິວັດລາວກວ່າອີກ, ສືບຕໍ່ປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນພິເສດຫວຽດນາມ - ລາວໃຫ້ນັບມື້ນັບພັດທະນາ, ມີປະສິດທິຜົນ ແລະ ແທດຈິງໃນທຸກຂົງເຂດຮ່ວມມື. ສ່ວນທ່ານເລຂາຄະນະພັກ, ເຈົ້າຄອງນະຄອນວຽງຈັນ ສີນລະວົງ ຄຸດໄພທູນ ກໍ່ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການຮ່ວມມືແລກປ່ຽນລະຫວ່າງບັນດາຂະແໜງການ, ເປີດກວ້າງການພົວພັນແລກປ່ຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງເງື່ອນໄຂໃຫ້ບັນດາອົງການ, ຫົວໜ່ວຍຮ່ວມມືປະຕິບັດຄາດໝາຍຍຸດທະສາດຮ່ວມມືທີ່ໄດ້ວາງອອກຢ່າງມີປະສິດທິຜົນ.
ແລະກໍໃນວັນດຽວກັນ, ທ່ານ ຟ້າມກວາງງິ, ເລຂາຄະນະພັກນະຄອນຮ່າໂນ້ຍ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງນະຄອນວຽງຈັນ. ທີ່ການເຮັດວຽກ, ທ່ານ ຟ້າມກວາງງິ ຕີລາຄາສູງການພົວພັນລະຫວ່າງຫວຽດນາມ - ລາວເວົ້າລວມ ແລະ ນະຄອນຫຼວງສອງປະເທດເວົ້າສະເພາະ. ການຮ່ວມມືລະຫວ່າງສອງນະຄອນຫຼວງຮ່າໂນ້ຍ ແລະ ວຽງຈັນ ຍາມໃດກໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ດ້ວຍຫຼາຍໂຄງການທີ່ມີປະສິດທິຜົນໃນຂົງເຂດຕ່າງໆຄື: ສາທາລະນະສຸກ, ການສຶກສາ, ຊົນນະບົດ, ການທະຫານ…
ສ່ວນທ່ານເລຂາຄະນະພັກ, ເຈົ້າຄອງນະຄອນວຽງຈັນ ສີນລະວົງ ຄຸດໄພທູນ ສະເໜີນະຄອນຮ່າໂນ້ຍເພີ່ມທະວີການຊ່ວຍເຫຼືອວຽງຈັນໃນຫຼາຍຂົງເຂດກວ່າອີກ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການສົ່ງຜູ້ຊ່ຽວຊານໄປວຽງຈັນ ເພື່ອຄົ້ນຄ້ວາ, ແບ່ງປັນບົດຮຽນ, ພິເສດແມ່ນໃນການຄຸ້ມຄອງ.