ຮອງປະທານປະເທດພົບປະເຈລະຈາກັບປະທານາທິບໍດີບຣາຊິນ

ຮອງປະທານປະເທດພົບປະເຈລະຈາກັບປະທານາທິບໍດີບຣາຊິນ - ảnh 1
ທ່ານຮອງປະທານປະເທດຫງວຽນ​ທິຢວານ
ພົບປະເຈລະຈາກັບປະທານາທິບໍດີບຣາຊິນ
(ພາບ: TTXVN)


(vovworld) - ວັນ​ທີ 15/5, ຢູ່​ສຳນັກງານ​ປະທານາທິບໍດີ Planalto ທີ່ນະຄອນຫຼວງ ບຣາຊິນ, ປະທານາທິບໍດີ​ ສ. ສະຫະພັນ ບຣາຊິນ Dilma Rousseff ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ນາງ ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ, ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ນາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ​ຢູ່ Sao Paulo. ປະທານາທິບໍດີ​ Dilma Rousseff ​ຢືນຢັນ​ວ່າ, ບຣາຊິນ​ ຖື​ເປັນ​ສຳຄັນ​ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ຫວຽດນາມ​ ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ຫວັງ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ​ເຊິ່ງ​​ໄດ້້ຮັບ​ການສ້າງ​ຕັ້ງ​ນັບ​ແຕ່​ປີ 2007, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ບັນລຸ 10 ຕື້ USD ​ໃນ​ປີ 2020.

        ສ່ວນທ່ານ​ນາງ ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ກໍ່​ຢືນຢັນ​ວ່າ, ຫວຽດນາມ​ ປາຖະໜາ​ຢາກ​ສືບ​ຕໍ່​ເຮັດ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ ບຣາຊິນ ​ເລິກ​ເຊິ່ງຂຶ້ນ​ຕື່ມ. ທ່ານ​ນາງ ຮອງ​ປະທານ​ປະ​ເທດ​ຕີລາ​ວ່າສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດ - ການ​ຄ້າ​ລະຫວ່າງ​ຫວຽດນາມ - ບຣາຊິນ ສືບ​ຕໍ່​ພັດທະນາ​ຢ່າງ​ຕັ້ງໜ້າ. ການ​ແລກປ່ຽນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2014 ບັນລຸ 3,35 ຕື້ USD, ​ເພີ່ມ​ຂຶ້ນ 40% ​ເມື່ອ​ທຽບ​ໃສ່​ປີ 2013 ​ແລະ ຍັງມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຫຼາຍ​ດ້ານ​ໃນ​ທຸກ​ຂົງ​ເຂດ​ອີກ.

        ການ​ນຳ​ທັງ​ສອງ​ຍັງ​ແລກປ່ຽນ​ຫຼາຍ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​ເຊິ່ງທັງ​ສອງ​ຝ່າຍມີ​ຄວາມ​ສົນ​ໃຈ​ອີກ. ປະທານາທິບໍດີ​ Dilma Rousseff ​ສະ​ແດງ​ຄວາມ​ສະໜັບສະໜູນ​ຫຼັກ​ໝັ້ນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງອະທິປະ​ໄຕຜ່ານ​ການ​ສົນທະນາ, ​ເຈລະຈາ​ຢ່າງ​ສັນ​ຕິ ​ແລະ ມິດຕະພາບ, ປະຕິບັດ​ຕາມ​ກົດໝາຍ​ສາກົນ ​ແລະ ສະໜັບສະໜູນ​ຫວຽດນາມ​ ສະໝັກ​ເລືອກ​ຕັ້ງ​ເຂົ້າ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ອາຍຸ​ການ 2020-2021.

ຂ່າວ/ບົດ​ອື່ນ