(ທ່ານຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ
ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ)
(vovworld) – ໂດຍຮັບຄຳເຊີນຂອງທ່ານຮອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ບຸນຍັງ ວໍລະຈິດ, ວັນທີ 15/10, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ເດີນທາງໄປຍັງ ນະຄອນຫລວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມປະເທດ ສປປ ລາວ ຢ່າງເປັນທາງການໃນລະຫວ່ງວັນທີ 15 – 18/10/2015.
ຕອນບ່າຍວັນທີ 15/10, ພາຍຫລັງພິທີຕ້ອນຮັບຢູ່ສຳນັກງານປະທານປະເທດ ລາວ ຢ່າງເປັນທາງການ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ມີການພົບປະເຈລະຈາກັບທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ສປປ ລາວ. ນະທີ່ນີ້, ການນຳ 2 ປະເທດຢືນຢັນວ່າ: ຍາມໃດກໍຖືເປັນສຳຄັນເລື່ອງການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມລະຫວ່າງການນຳຂັ້ນສູງ 2 ປະເທດ; ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ ແລະ ບັນດາກົນໄກຮ່ວມມືສຳຄັນລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ. 2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ; ຜັນຂະຫຍາຍສັນຍາການຄ້າໃໝ່ ແລະ ສັນຍາການຄ້າຊາຍແດນ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ; ຍູ້ແຮງແລກປ່ຽນການຄ້າໃນທ້າຍປີ 2015; ຕັ້ງໜ້າສົມທົບກັນ ກໍ່ສ້າງ ແລະ ຜັນຂະຫຍາຍ “ແຜນສັງລວມພັດທະນາການຄ້າຊາຍແດນ ຫວຽດນາມ - ລາວ ຮອດປີ 2025 ແລະ ວິໄສທັດຮອດປີ 2035” ແລະ “ວາງແຜນກຳນົດພັດທະນາຕາໜ່າງຕະຫລາດເຂດຊາຍແດນ ຫວຽດນາມ - ລາວ ຮອດປີ 2020”…2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການພົວພັນອັນດີງາມຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ ໃຫ້ສຳເລັດອື່ນໆ ເພື່ອສ້າງປະຊາຄົມ ອາຊຽນ ໃນທ້າຍປີນີ້; ພ້ອມກັນນັ້ນ ກໍ່ຮັກສາບົດບາດເປັນໃຈກາງ ແລະ ສຽງເວົ້າລວມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດສຳຄັນຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.
ແລະກໍ່ໃນຕອນບ່າຍວັນທີ 15/10. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ຈູມມາລີ ໄຊຍະສອນ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ.