ຮອງປະທານຜູ້ປະຈຳການສະພາແຫ່ງຊາດເຂົ້າຮ່ວມລາຍການສະແດງສິລະປະ “ເຊີນລາແຫ່ງທີ່ເຕັມໄປດ້ວຍຄວາມອົບອຸ່ນ”

(VOVWORLD) -ຕອນຄ່ຳວັນທີ 24 ສິງຫາ, ຢູ່ນະຄອນເຊີນລາ, ຄະນະກຳມະການປະຊາຊົນແຂວງເຊີນລາ ໄດ້ຈັດຕັ້ງລາຍການສະແດງສິລະປະ “ເຊີນລາແຫ່ງທີ່ເຕັມໄປດ້ວຍຄວາມອົບອຸ່ນ”

ຮອງປະທານຜູ້ປະຈຳການສະພາແຫ່ງຊາດເຂົ້າຮ່ວມລາຍການສະແດງສິລະປະ “ເຊີນລາແຫ່ງທີ່ເຕັມໄປດ້ວຍຄວາມອົບອຸ່ນ” - ảnh 1 ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ, ກ່າວຄຳເຫັນທີ່ພິທີ

 (ພາບ: duongbo.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສະຖາປະນາປະເທດຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2017) ແລະ ວັນເຊີນລາຍາດໄດ້ອຳນາດການປົກຄອງ (26 ສິງຫາ 1945 – 26 ສິງຫາ 2017). ທີ່ລາຍການສະແດງສິລະປະ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ປຸກລະດົມການສະໜັບສະໜູນປະຊາຊົນທີ່ຖືກຜົນສະທ້ອນໃນເຫດຝົນຕົກ, ນ້ຳແກ່ງຂອງແຂວງເຊີນລາ.

        “ມື້ນີ້, ດ້ວຍອາລົມຈິດຢ່າງຈິງໃຈ, ຄວາມຮັກແພງຂອງຂ້າພະເຈົ້າ ແລະ ບັນດາແຂກທີ່ມີໜ້າຢູ່ທີ່ນີ້, ຂ້າພະເຈົ້າຂໍປຸກລະດົມແຕ່ລະຄົນ ຈົ່ງສະຫງວນອາລົມຈິດຄວາມຮັກແພງນັ້ນໃຫ້ພໍ່ແມ່ປະຊາຊົນເຂດຖືກຝົນຕົກນ້ຳແກ່ງຂອງແຂວງເຊີນລາ. ແລະ ນັບແຕ່ເວລານາທີນີ້, ຖ້າຫາກໃຜມີຈິດໃຈກຸສົນ ຈົ່ງສະຫງວນບັນດາອາລົມຈິດອັນອົບອຸ່ນນັ້ນໃຫ້ແຂວງເຊີນລາ”.

        ດ້ວຍບັນດາລາຍການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະ “ເຊີນລາແຫ່ງທີ່ເຕັມໄປດ້ວຍຄວາມອົບອຸ່ນ” ໄດ້ຍ້ອງຍໍໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງການປະຕິວັດຫວຽດນາມ ໃນຊຸມປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ