ຮອງປະທານສະພາແຫ່ງຊາດຫງວຽນກິມເງິນຕ້ອນຮັບຮອງປະທານສະພາຕຳ່ຈີເລ

ຮອງປະທານສະພາແຫ່ງຊາດຫງວຽນກິມເງິນຕ້ອນຮັບຮອງປະທານສະພາຕຳ່ຈີເລ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ
ຕ້ອນຮັບທ່ານນາງ​ຮອງ​ປະທານ​ສະພາ​ຕຳ່​ຈີ​ເລ Denise Pascal Allende
(ພາບ: TTXVN)


(vovworld) - ​​ຕອນ​ເຊົ້າ​ວັນ​ທີ 31/3, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ​ຮອງ​ປະທານ​ສະພາ​ຕຳ່​ຈີ​ເລ Denise Pascal Allende ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ: ຫວຽດນາມ ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ, ​ໃນ​ນັ້ນ​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ສາທາລະນະ​ລັດ​ຈີ​ເລ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ​ບັນດາ​ອົງການ​ນິຕິບັນຍັດ​ຂອງ 2 ປະ​ເທດ​ຈະ​ສະໜັບສະໜູນ ​ແລະ ຊຸກຍູ້​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ-​ຈີ​ເລ; ຊຸກຍູ້​ບັນດາ​ການ​ຢ້ຽມຢາມ​ຊື່​ງກັນ ​ແລະ ກັນ​ຂອງ​ການ​ນຳ​ຂັ້ນ​ສູງ​ທຸກ​ຂັ້ນ, ບັນດາ​ຂະ​ແໜງ​ການ, ​ໃນ​ນັ້ນ​ມີ​ອົງການ​ນິຕິບັນຍັດ 2 ປະ​ເທດ; ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ; ​ເພີ່ມ​ທະວີ​ສົມທົບ​ ​ແລະ ສະໜັບສະໜູນ​ຊື່​ງກັນ ​ແລະ ກັນຢູ່​ບັນດາ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ, ຄື​ຢູ່ ສະຫະ​ປະຊາ​ຊາດ, IPU, APEC, TPP… ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ປາດ​ຖະໜາ​ວ່າ: ຈີ​ເລ​ ຈະສືບ​ຕໍ່​ສະໜັບສະໜູນ ຫວຽດນາມ ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ເປັນສະມາຊິກສະພາ​ຄວາມ​ໝັ້ນຄົງ​ຂອງ​ສະຫະ​ປະຊາ​ຊາດ (2020-2021) ​ແລະ ສະພາ​ເສດຖະກິດ-​ສັງຄົມ​ສະຫະ​ປະຊາ​ຊາດ (2016-2018).

ຂ່າວ/ບົດ​ອື່ນ