ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຮອງປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກຸຸຍບາ
ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ
ທ່ານນາງຮອງປະທານ ສະພາແຫ່ງຊາດ ກຸຍບາ Ana Maria Machado
ພາບ: Phương Hoa/TTXVN
(vovworld)- ວັນທີ 27/3, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກຸຍບາ Ana Maria Machado ມາເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 132 (IPU-132) ຢູ່ ຮ່າໂນ້ຍ. ທີ່ການຕ້ອນຮັບທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ: ນະໂຍບາຍສະເໝີຕົ້ນສະໝີປາຍ ແລະ ບຸລິມະສິດອັນດັບໜຶ່ງຂອງ ຫວຽດນາມ ໃນການເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ ແລະ ຮ່ວມມືຮອບດ້ານກັບ ກຸຍບາ, ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ ກຸຍບາ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ: 2 ກຸ່ມສະມາຊິກລັດຖະສະພາມິດຕະພາບລະຫວ່າງ ຫວຽດນາມ ແລະ ກຸຍບາ ເພີ່ມທະວີການແລກປ່ຽນ, ຊອກຫາບັນດາມາດຕະການລະອຽດ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນໄລຍະຈະມາເຖິງ.
ທ່ານນາງ Ana Maria Machado ຕີລາຄາສູງວຽກງານກະກຽມ, ການຕ້ອນຮັບຢ່າງຮອບຄອບຖີ່ຖ້ວນຂອງ ຫວຽດນາມ ແລະ ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ IPU-132 ຈະປະສົບຜົນສຳເລັດຢ່າງຈົບງາມດ້ວຍບັນດາເນື້ອໃນແທດຈິງທີ່ໄດ້ຍົກອອກເພື່ອປຶກສາຫາລື ແລະ ບັນລຸຄວາມເຫັນດີເຫັນພ້ອມສູງ.