ຮອງປະທານສະພາແຫ່ງ ຊາດຫງວຽນທິກິມເງິນ ເຮັດວຽກກັບກົມໃຫຍ່ ພາສີອາກອນ
ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(vovworld) – ຕອນເຊົ້າວັນທີ 10/2, ເມື່ອມາຢ້ຽມຢາມ ແລະ ເຮັດວຽກກັບກົມໃຫຍ່ພາສີອາກອນ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ເນັ້ນໜັກວ່າ, ປີ 2014 ໜ້າທີ່ງົບປະມານເຊິ່ງສະພາແຫ່ງຊາດມອບໝາຍໃຫ້ຂະແໜງພາສີອາກອນແມ່ນ 624.000 ຕື້ດົ່ງ. ນອກຈາກສຳເລັດໜ້າທີ່ເກັບພາສີອາກອນແລ້ວ, ຂະແໜງຍັງຕ້ອງປະຕິບັດສຳເລັດວຽກງານສ້າງນະໂຍບາຍ, ກົດໝາຍວ່າດ້ວຍພາສີອາກອນອີກດ້ວຍ.
ປີ 2013, ຂະແໜງພາສີອາກອນບັນລຸລາຍຮັບງົບປະມານ 105% ແຜນການທີ່ໄດ້ວາງອອກ. ໃນຊຸມວັນຕົ້ນປີ 2014, ຂະແໜງພາສີອາກອນຍູ້ແຮງການປະຕິຮູບລະບຽບການບໍລິຫານ, ແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຄົມວິສາຫະກິດ, ເກັບພາສີອາກອນໄດ້ 27.000 ຕຶ້ດົ່ງ, ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013.