ຮອງເລຂາທິການໃຫຍ່ສະຫະປະຊາຊາດ Phumzile mlambo Ngcuka ຢ້ຽມຢາມຫວຽດນາມ

ຮອງເລຂາທິການໃຫຍ່ສະຫະປະຊາຊາດ Phumzile mlambo Ngcuka ຢ້ຽມຢາມຫວຽດນາມ  - ảnh 1
ທ່ານ​ນາງ​ Phumzile mlambo Ngcuka, ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ
(ພາບ: UN Women.org)

(vovworld) - ຕອນ​ບ່າຍ​ວັນ​ທີ 31/3, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ນາງ​ Phumzile mlambo Ngcuka, ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ທັງ​ເປັນ​ຜູ້ອຳນວຍການ​ຝ່າຍ​ບໍລິຫານ ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ​ຊາຍ ​ແລະ ມອບ​ສິດ​ໃຫ້​ແກ່​ແມ່ຍິງ (UN Women) ທີ່​ພວມ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ​ ຕີ​ລາ​ຄາ​ສູງ ແລະ ຂອບ​ອົກ​ຂອບ​ໃຈ​ການ​ຮ່ວມ​ມື, ໜູນຊ່ວຍ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ​ມີ UN Women. ທ່ານ​ຢືນຢັນ​ວ່າ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ລະອຽດ​ໃນ​ລັດຖະທຳ​ມະນູນ​ຂອງ​ຫວຽດນາມ. ປະຈຸ​ບັນ, ຫວຽດນາມ​ ພວມ​ສືບ​ຕໍ່​ສ້າງ ​ແລະ ປັບປຸງ​ລະບົບ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ນີ້.

        ສ່ວນທ່ານ​ນາງ​ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Phumzile mlambo Ngcuka ກໍ່​ເນັ້ນ​ໜັກ​ວ່າ. ການ​ຮັບປະກັນ​ຊີວິດ​ສັງຄົມ ​ແມ່ນ​ບັນຫາ​ເອົາ​ໃຈ​ໃສ່​ອັນ​ດັບ​ໜຶ່ງ​ຂອງ​ຫຼາຍ​ປະ​ເທດ. ຫວຽດນາມ ມີ​ບັນດາ​ບົດຮຽນ​ລຳ້​ຄ່າ ທີ່​ສາມາດ​ແບ່ງປັນ​ກັບປະ​ເທດ​ອື່ນໆ​ໃນ​ໂລກ. ທ່ານ​ນາງສະ​ແດງ​ຄວາມ​ປາຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ສືບ​ຕໍ່​ສະໜັບສະໜູນ ​ແລະ ຮ່ວມ​ມື​ຢ່າງ​ເໜ້ນ​ແຟ້ນ​ກັບ​ອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ມອບ​ສິດ​ໃຫ້​ແກ່​ແມ່ຍິງ.

ຂ່າວ/ບົດ​ອື່ນ