ຮ່າໂນ້ຍໃກ້ຈະຈັດເດືອນສົ່ງເສີມການຄ້າຮ່າໂນ້ຍ 2018

(VOVWORLD) -ນັບແຕ່ຕົ້ນເດືອນ ພະຈິກ ຈະມາເຖິງ, ຢູ່ຮ່າໂນ້ຍ ຈະຈັດເດືອນສົ່ງເສີມການຄ້າຮ່າໂນ້ຍ 2018 ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່ - ລະດົມການໃຊ້ສອຍ” ດ້ວຍການຫຼຸດລາສິນຄ້າຄາຫຼາຍປະເພດ ແຕ່ 50% - 100%.
ຮ່າໂນ້ຍໃກ້ຈະຈັດເດືອນສົ່ງເສີມການຄ້າຮ່າໂນ້ຍ 2018 - ảnh 1 (ພາບປະກອບອີນເຕີແນັດ)

ລະອຽດແມ່ນ, ໃນເດືອນຂາຍສິນຄ້າສົ່ງເສີມການຄ້າໃນບໍລິເວນນະຄອນຮ່າໂນ້ຍ ຈະໄດ້ດຳເນີນແຕ່ວັນທີ 09 ພະຈິກ - 09 ທັນວາ ຢູ່ບັນດາສະຖານທີ່ຂາຍສິນຄ້າໃນບໍລິເວນຮ່າໂນ້ຍ ແລະ ໃນບັນດາເວັບໄຊ, ຊອບແວຊື້ - ຂາຍທາງອິນເຕີແນັດ ດ້ວຍຂອບຂະໜາດປະມານ 1000 ວິສາຫະກິດ. ພ້ອມກັນນັ້ນແມ່ນບັນດາການເຄື່ອນໄຫວອື່ນໆຄື: ພິທີເປີດເດືອນສົ່ງເສີມການຄ້າຮ່າໂນ້ຍ ແລະ ພິທີເຊີດຊູ “ສິນຄ້າຫວຽດນາມ ໂດຍຜູ້ອຸປະໂພກນິຍົມ” ປີ 2018, ຄາດວ່າຈະດຳເນີນໃນວັນທີ 09 ພະຈິກ ຢູ່ສະໜາມຫຼວງອານຸສາວະລີ ລິທາຍໂຕ… ຈຸດໃໝ່ຂອງເດືອນສົ່ງເສີມການຄ້າປີນີ້ແມ່ນເຫດການສັບປະດາຄຳເຊື່ອມຕໍ່ ເພື່ອແນໃສ່ສະເຫຼີມສະຫຼອງ 10 ປີແຫ່ງວັນປຸກລະດົມເດືອນສົ່ງເສີມການຄ້າຮ່າໂນ້ຍ 2009 – 2018. ເຫດການຈະດຳເນີນແຕ່ວັນທີ 12 – 18 ພະຈິກ, ດ້ວຍຂອບຂະໜາດແຕ່ 80 – 100 ຈຸດ.

ຕອບກັບ

ຂ່າວ/ບົດ​ອື່ນ