ຮ່າ​ໂນ້ຍ​ໄຂ​​ວັນ​ບຸນ​ປື້ມ​ປີ 2021

(VOVWORLD) -ຜູ້ອ່ານໜຸ່ມສາມາດອ່ານປື້ມກ່ວາ 2000 ຫົວດ້ວຍ 20 ພາສາຕ່າງກັນ ໃນການເຄື່ອນໄຫວ “ຄົ້ນຫາຫໍສະໝຸດດີຈີຕອນ” Let’s Read.
ຮ່າ​ໂນ້ຍ​ໄຂ​​ວັນ​ບຸນ​ປື້ມ​ປີ 2021 - ảnh 1(ພາບ:qdnd.vn)

    ຕອນເຊົ້າວັນທີ 16 ເມສາ, ຫໍມະໝຸດແຫ່ງຊາດຫວຽດນາມ ໄດ້ໄຂວັນບຸນປື້ມປີ 2021 ດ້ວຍຫົວເລື່ອງ “ປື້ມ-ພາລະກຳພັດທະນາວັດທະນະທຳອ່ານ”. ບັນດາການເຄື່ອນໄຫວສົ່ງເສີມການອ່ານ ແລະ ພັດທະນາວັດທະນະທຳອ່ານໃນ ວັນບຸນປື້ມປີ 2021 ລວມມີການເຄື່ອນໄຫວທີ່ອຸດົມສົມບູນ ທີ່ສະຫງວນໃຫ້ທຸກເກັນອາຍຸ. ຜູ້ອ່ານໜຸ່ມສາມາດອ່ານປື້ມກ່ວາ 2000 ຫົວດ້ວຍ 20 ພາສາຕ່າງກັນ ໃນການເຄື່ອນໄຫວ “ຄົ້ນຫາຫໍສະໝຸດດີຈີຕອນ” Let’s Read. ໃນຊຸມວັນຈັດວັນບຸນ ຍັງມີການບໍລິຈາກ, ຮັບປື້ມອຸປະຖຳຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ສຳນັກພິມຈຳໜ່າຍ…  ເພື່ອໜູນຊ່ວຍບັນດາຫໍສະໝຸດເຂດຫ່າງໄກສອກຫລີກ, ຫໍສະໝຸດປະສົບກັບຄວາມຫຍຸ້ງຍາກ…  ບັນດາຮ້ານຂາຍປື້ມໄດ້ແນະນຳປື້ມນັບພັນຫົວ ທີ່ມີເນື້ອໃນອຸດົມສົມບູນ, ລາຄາບຸລິມະສິດ ພ້ອມກັບຂອງຕ້ອນທີ່ດູດດື່ມໃຈ. ແຕ່ວັນທີ 16-21 ເມສາ, ຫໍສະໝຸດແຫ່ງຊາດ ຈະຈັດຕັ້ງຫຼາຍການເຄື່ອນໄຫວສົ່ງເສີມການອ່ານ ແລະ ພັດທະນາວັດທະນະທຳອ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ