ເກຼັກໂຈະເລື່ອງບົ່ງຕົວຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີໄວ້

ເກຼັກໂຈະເລື່ອງບົ່ງຕົວຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີໄວ້ - ảnh 1
ເກຼັກ ​ໂຈະ​ເລື່ອງ​ບົ່ງ​ຕົວ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ໄວ້
(ພາບ: AFP/TTXVN)


(vovworld) -​ ເກຼັກ ​ໂຈະ​ເລື່ອງ​ບົ່ງ​ຕົວ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ໄວ້ ​ໃນ​ຂະນະ​ທີ່​ມີ​ແຫຼ່ງຂ່າວ​ເກີດ​ການ​ໂຕ້​ຖຽງກັນ​ພາຍ​ໃນ, ກ່ອນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ລາຍການ​ກູ້​ຊ່ວຍ​ປະ​ເທດ​ນີ້​ຢູ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 16/2. ​ໂຄສົກ​ຂອງ​ລັດຖະບານ ເກຼັກ Gabriel Sakellaridis ​ໃຫ້​ຮູ້​ວ່າ, ພັກ​ກຳ​ອຳນາດ​ຊີຣີ ຈະ​ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ນີ້​ພາຍຫຼັງ​ສິ້ນ​ສຸດ​ກອງ​ປະຊຸມ​ສຳຄັນ​ຂອງ​ກຸ່ມ​ບັນດາ​ປະ​ເທດ​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຣ ທີ່​ປຶກສາ​ຫາລື​ກ່ຽວ​ກັບ​ຄຳ​ຮຽກຮ້ອງ​ຂອງ ເກຼັກ ທີ່​ທວງ​ໃຫ້​ພິຈາລະນາ​ຄືນ​ໂຄງການ​ກູ້​ຊ່ວຍ​ໃຫ້​ປະ​ເທດ​ນີ້. ທ່ານ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ​ເລື່ອງ​ປະກາດ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປ​ັນປະທານາທິບໍດີ​ດຳ​ເນີນ​ໃນ​ວັນ​ທີ 17/2, ກ່ອນ​ທີ່​ຈັດການ​ເລືອກ​ຕັ້ງ​ຄັ້ງ​ທຳ​ອິດ​ຢູ່​ສະພາ​ແຫ່ງ​ຊາດ ເກຼັກ ​ໃນ​ວັນ​ທີ 18/2.

ຂ່າວ/ບົດ​ອື່ນ