(vovworld) - ວັນທີ 01/01, ເກຼັກ ເລີ່ມຮັບຜິດຊອບໜ້າທີ່ປະທານໝູນວຽນສະຫະພາບເອີລົບ (EU) ໃນ 6 ເດືອນຕົ້ນປີ 2014 ໃນສະພາບພື້ນຖານເສດຖະກິດຂອງປະເທດນີ້ ມີແງ່ຫວັງດີກວ່າ. ກ່າວຄຳເຫັນໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Evangelos Venizelos ຖືວ່າ ປີ 2014 ແມ່ນປີເປັນບາດລ້ຽວອັນໃຫຍ່ຫຼວງ ເມື່ອເກຼັກ ຊອກຫາວິທີຫຼຸດພົ້ນອອກຈາກວິກິດການ ແລະ EU ເລີ່ມກ້າວເຂົ້າສູ່ການໂຕ້ແຍ້ງກ່ຽວກັບອະນາຄົດຂອງສຳພັນທະມິດດ້ວຍບັນດາການເລືອກຕັ້ງ.
ຕາມແຜນການ, ເກຼັກ ຈະຕ້ອງຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີ 14 ຄັ້ງ ໃນອາຍຸການເປັນເວລາ 6 ເດືອນຂອງຕົນ ກ່ອນທີ່ມອບໃຫ້ອີຕາລີ. ວັນທີ 16/01 ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເກັຼກ Antonis Samaras ຈະໄປເຖິງລັດຖະສະພາເອີລົບ ຢູ່ Strabourg (ປະເທດຝລັ່ງ) ເພື່ອສະເໜີຈຸດໝາຍຂອງປະເທດນີ້ໃນ 6 ເດືອນຈະມາເຖິງ.