(vovworld) - ວັນທີ 31/10, ປາກິດສະຖານ ໄດ້ກ່າວຫາອິນເດຍ ຍິງປືນແນໃສ່ເຂດ Nakyal ຢູ່ລຽບຕາມເສັ້ນຊາຍແດນຄວບຄຸມ (LoC) ຢູ່ເຂດຂັດແຍ້ງກັນ Kashmir, ເຮັດໃຫ້ສາມັນຊົນ 4 ຄົນເສຍຊີວິດ ແລະ 6 ຄົນຖືກຮັບບາດເຈັບ. ວົງການເຈົ້າໜ້າທີ່ປາກິດສະຖານ ໃຫ້ຮູ້ວ່າ, ການຍິງປືນເກີດຂຶ້ນຢູ່ໃກ້ກັບເສັ້ນຊາຍແດນທີ່ແບ່ງແຍກເຂດຂັດແຍ້ງກັນ Kashmir ໂດຍອິນເດຍ ຄວບຄຸມ ກັບແຂວງ Punjab ຂອງປາກິສະຖານ, ເລີ່ມຕົ້ນແຕ່ຕອນເຊົ້າວັນທີ 31/10 ແລະ ແກ່ຍາວຕະຫຼອດໃນມື້. ນີ້ແມ່ນການຍິງປືນໃໝ່ສຸດໃນບັນດາເຫດການທີ່ຄ້າຍຄືກັນເຊິ່ງເກີດຂຶ້ນຢູ່ເຂດຂັດແຍ້ງກັນ Kashmir, ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ 2 ປະເທດບ້ານໃກ້ເຮືອນຄຽງນີ້ ບໍ່ມີສັນຍານຫຼຸດຜ່ອນລົງໃນໄລຍະຫວ່າງມໍ່ໆມານີ້. ການບຸກໂຈມຕີຮ້າຍແຮງທີ່ສຸດແມ່ນເກີດຂຶ້ນຢູ່ເຂດຖານທີ່ໝັ້ນຂອງອິນເດຍ ຢູ່ Baramulla, ທາງທິດເໜືອເຂດ Kashmir, ຕິດກັບເຂດຊາຍແດນປາກິດສະຖານ ເມື່ອເດືອນ 09 ຜ່ານມາ, ເຮັດໃຫ້ພົນທະຫານອິນເດຍ 19 ຄົນຖືກເສຍຊີວິດ. New Delhi ກ່າວຫາພວກກະບົດ Jaish e Muhammad ຢູ່ປາກິດສະຖານ ເປັນຕົວການເຫດບຸກໂຈມຕີທີ່ນອງເລືອດນີ້, ແຕ່ Islamabad ໄດ້ປະຕິເສດຄຳກ່າວຫາດັ່ງກ່າວໂດຍທັນທີ.