ເກີດການປະທະກັນ ຢູ່ຮົງກົງ(ຈີນ) ຄືນໃໝ່
(ພາບ: Getty )
(vovworld)- ຕອນຄ່ຳວັນທີ 30/11, ສະຫະສະມາຄົມນັກສຶກສາຮົງກົງ (HKFS) ແລະ ອົງການ Scholarism ໄດ້ປະກາດປິດລ້ອມສຳນັກງານອຳນາດການປົກຄອງຮົງກົງ (ຈີນ) ຢູ່ Admiralty. ພ້ອມກັນນັ້ນ, HKFS ແລະ Scholarism ຮຽກຮ້ອງຜູ້ແຫ່ຂະບວນມຸ່ງໜ້າສູ່ສາຍທາງ Tim Mei ເພື່ອປິດລ້ອມສຳນັກງານອຳນາດການປົກຄອງເຂດປົກຄອງພິເສດ. HKFS ແລະ Scholarism ດຳເນີນການຕໍ່ສູ້ດ້ວຍຮູບການບໍ່ໃຊ້ຄວາມຮຸນແຮງ. ພາຍຫຼັງຄຳປະກາດຖືກຍົກອອກມາ, ຜູ້ເຂົ້າຮ່ວມການແຫ່ຂະບວນຫຼາຍຄົນໄດ້ມຸ່ງໜ້າສູ່ສຳນັກງານອຳນາດການປົກຄອງທີ່ສາຍທາງ Tim Mei. ຫລັງຈາກນັ້ນ, ໄດ້ເກີດການປະທະກັນ ແລະ ອີກເທື່ອໜຶ່ງຕຳຫລວດຕ້ອງໃຊ້ແກດນ້ຳຕາ ແລະ ໄມ້ຄ້ອນເພື່ອຍຸບເລີກຜູ້ແຫ່ຂະບວນປະທ້ວງ./.