ເກີດເຫດແຜ່ນດິນໄຫວຢູ່ອິນໂດເນເຊຍ: ມີຄົນຖືກຫາຍສາບສູນໃນເຫດຟອງຍັກ ໜ້ອຍສຸດ 5 ຄົນ

(VOVWORLD) -ຕອນຄໍ່າວັນທີ 28 ກັນຍາ, ທ່ານ Sutopo Purwo Nugroho ໂຄສົກອົງການຄວບຄຸມໄພພິບັດທໍາມະຊາດຂອງ ອິນໂດເນເຊຍ ໃຫ້ຮູ້ວ່າ  ຢ່າງໜ້ອຍສຸດມີ 5 ຄົນຖືກຫາຍສາບສູນໃນເຫດຟອງຍັກ ທີ່ພັດຖະຫຼົມເຂົ້ານະຄອນ Palu ຢູ່ເກາະ Sulawesi, ທາງພາກກາງ ອິນໂດເນເຊຍພາຍຫຼັງເກີດເຫດແຜ່ນດິນໄຫວກອ່ນໜ້ານັ້ນ ຢ່າງລຽນຕິດໃນວັນດຽວກັນ.

ຟອງຍັກດັ່ງກ່າວມີຄວາມສູງເຖິງ 2 ແມັດ ເຊິ່ງໄດ້ເກີດຂຶ້ນພາຍຫຼັງ ເກີດເຫດແຜ່ນດິນໄຫວຮຸນແຮງຢ່າງລຽນຕິດ ເຊິ່ງມີຄວາມແຮງສັ່ນສະເທືອນເຖິງ 7,5 Richter ເຮັດໃຫ້ທົ່ວເຂດທາງພາກກາງ ອິນໂດເນເຊຍ ຖືກສັ່ນສະເທືອນ ໃນເວລາ 18 ໂມງ ຂອງວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ) ແລະ ຈຸດສູນກາງມີຄວາມເລິກ 10 Km, ຢູ່ໃກ້ກັບເທດສະບານ Donggala ຂຶ້ນກັບແຂວງ Trung Sulwesi, ຫ່າງຈາກນະຄອນ Jakarta ໄປທາງທິດຕາເວັນອອກສ່ຽງເໜືອ 2.500 Km.


ຕອບກັບ

ຂ່າວ/ບົດ​ອື່ນ