ເຂດເສດຖະກິດ ຢູງກວັດ
ພາບ:internet
|
(vovword)- ຕາມແຜນການພັດທະນາເຂດເສດຖະກິດ ຢູງກວັດ ໄລຍະ 2012 - 2015 ຊຶ່ງຫາກໍ່ໄດ້ປະກາດໃຊ້ຈາກປະທານຄະນະກຳມະການປະຊາຊົນແຂວງ ກວ໋າງຫງາຍ ແລ້ວ, ຮອດປີ 2015 ເຂດເສດຖະກິດດັ່ງກ່າວຈະດຶງດູດເງິນລົງທຶນປະມານ 13 ຕື້ USD. ເພື່ອບັນລຸໄດ້ຈຸດໝາຍນີ້ ແຂວງ ກວ໋າງຫງາຍ ຈະສຸມໃສ່ລົງທຶນພັດທະນາເຂດເສດຖະກິດ ຢູງກວັດ ກາຍເປັນເຂດເສດຖະກິດສັງລວມ, ຫລາຍຂະແຫນງ, ຫລາຍຂົງເຂດ, ໃນນັ້ນຈຸດສຸມແມ່ນການພັດທະນາບັນດາຂະແຫນງອຸດສາຫະກຳກັ່ນນ້ຳມັນ, ກົນຈັກ, ຕໍ່ກຳປັ່ນ ແລະ ສ້ອມແປງກຳປັ່ນ, ຫລອມເຫລັກກ້າ ແລະ ອຸດສາຫະກຳເບົ່າຕິດພັນກັບການຂຸດຄົ້ນຢ່າງສຸດຂີດທ່າກຳປັ່ນນ້ຳເລິກ ຢູງກວັດ. ທາງແຂວງ ກໍສືບຕໍ່ລົງທຶນກໍ່ສ້າງ ແລະ ພັດທະນາເຂດເສດຖະກິດດັ່ງກ່າວໃຫ້ກາຍເປັນຫນຶ່ງໃນບັນດາສູນອຸດສາຫະກຳ - ເຂດຕົວເມືອງ - ບໍລິການຂອງເຂດເສດຖະກິດຈຸດສຸມທາງພາກກາງ ຫວຽດນາມ.