ເຂັ້ມຄົ້ນໄປດ້ວຍສີສັນຫວຽດນາມຢູ່ເວທີປາໄສໃຊ້ພາສາຝລັ່ງ- ປາຊີຟິກຄັ້ງທີ9

ເຂັ້ມຄົ້ນໄປດ້ວຍສີສັນຫວຽດນາມຢູ່ເວທີປາໄສໃຊ້ພາສາຝລັ່ງ- ປາຊີຟິກຄັ້ງທີ9 - ảnh 1
(​​ທ່ານ ຫວ​ຽນ​ທ​້ຽບ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ຕາງ​ໜ້າ​ປະ​ເທດ
ຢູ່​​ອົງ​ການ​ຈ​ັດ​ຕ​ັ້ງ​ສາ​ກົນ​ໃຊ້​ພາ​ສາ​ຝ​ລັ່ງ OIF)


(vovworld) - ເວ​ທີ​ປ​າ​ໄສໃຊ້​ພາ​ສາ​ຝ​ລັ່​ງ ພາກ​ພື້ນ​ປາ​ຊີ​ຟິກ ຄັ້ງ​ທີ 9 ຖືກ​ໄຂ​ຂຶ້ນ​ໃນ​ຮ​ຸ່ງ​ເຊົ້າ​ວັນ​ທີ 03/11 (ຕາມ​ເວ​ລາ​ຫວຽດ​ນາມ) ຢູ່​ນະ​ຄອ​ນ Noumea, New Caledonia, ປະ​ເທດ​ຝລັ່ງ. ເ​ຫດ​ການ​ຖືກ​ຈັດ​ຕັ້ງ​ປະ​ຈຳ​ປີ ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ບັນ​ດາ​ລາຍ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ບັນ​ດາ​ໂຮງ​ຮຽນ ແລະ ສູນບ​ຳ​ລຸງ​ສ້າງ​ຂຶ້​ນ​ກັບ​ກຸ່ມ​ໃຊ້​ພາ​ສາ​ຝ​ລັ່ງ ພາກ​ພຶື້ນ​ອາ​ຊີ​ - ປາ​ຊີ​ຟິກ, ພ້ອມ​ທັງແມ່ນ​ໂອ​ກາດ​ເພື່ອ​ໃຫ​້​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ສຶກ​ສາ​ພົບ​ປະ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມືຜ່ານ​ບັນ​ດາ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ, ພິ​ເສດ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ທີ່​ອຸ​ດົມ​ສົມ​ບຸນ… ເວ​ທີ​ປາ​ໄສ​ປີນີ້​ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ 6 ປະ​ເທດ​ຄື: ອົດ​ສະ​ຕາ​ລີ, ນິວ​ຊີ​ແລນ, ຍີ່​ປຸ່ນ, ວານ​ູ​ອາ​ຕ​ູ, ຟີ​ຈິ ແລ​ະ ຫວຽດ​ນາມ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ຫວຽດ​ນາມ ໄດ້​ຮັບ​ການ​ຄັດ​ເລືອກ​ເປັນ​ປະ​ເທດ​ຫົວ​ຂໍ້​ເວ​ທີ​ປາ​ໄສ​ໃຊ້​ພາ​ສາ​ຝ​ລັ່ງ. ທ່ານ​ນາງ Valerie Meunier, ຜູ້​ອຳ​ນວຍ​ການ​ສູນ​ພົບ​ປະ ແລະ ແລກ​ປ່ຽນ​ປາ​ຊີ​ຟິກ (CREIPAC), ສະ​ມາ​ຊິກ​ຄະ​ນະ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ ໃຫ້​ຮູ້​ວ່າ.

        “ແຕ່​ລະ​ປີ, ເວ​ທີ​ປາ​ໄສ​ໃຊ້​ພາ​ສາ​ຝ​ລັ່ງ ພາກ​ພື້ນ​ປາ​ຊີ​ຟິກ ຈະ​ຄັດ​ເລືອກ​ເຊີດ​ຊູ​ປະ​ເທດ​ໜຶ່ງ ແລະ ປີນີ້​ແມ່ນ​ຫວຽດ​ນາມ, ດ້ວຍ​ປະ​ຊາ​ຄົມ​ກວ່າ 600.000 ຄົນ ເວົ້າ​ພາ​ສາ​ຝ​ລັ່ງ, ຈະ​ແມ່ນ​ປະ​ເທດ​ຫົວ​ຂໍ້. ໃນ​ຂອບ​ເຂດ​ຂອງ​ເຫດ​ການ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຊີນ​ນັກ​ສະ​ລະ​ປິນ 17 ຄົນ​ຂອງ​ໂຮງ​ລະ​ຄອນ​​ຕ​ຸກ​ກະ​ຕາ​ນ້ຳ​ຫວຽດ​ນາມ ມາ​ສະ​ແດງ ເພື່ອ​ນຳ​ມາ​ໃຫ້​​ມະ​ຫາຊົນລາຍ​ການ​ພິ​ເສດ: ສິ​ລະ​ປະ​​ຕຸກ​ກະ​ຕ​າ​ນ້ຳ, ເຊິ່​ງ​ແມ່ນ​ສິ​ລະ​ປະ​ພື້ນ​ເມືອງ​ໂດຍ​ໄດ້ຮັບ​ການ​ກຳ​ເນີດ​ຈາກ​ສະ​ຕະ​ວັດ​ທີ 12”.

        ​ສ່ວນ​ທ່ານ ຫວ​ຽນ​ທ​້ຽບ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ຕາງ​ໜ້າ​ປະ​ເທດ ຢູ່​​ອົງ​ການ​ຈ​ັດ​ຕ​ັ້ງ​ສາ​ກົນ​ໃຊ້​ພາ​ສາ​ຝ​ລັ່ງ OIF ໃຫ້​ຮູ້​ວ່າ.

        “ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເວ​ທີ​ປາ​ໄສ​ໃຊ້​ພາ​ສາ​ຝ​ລັ່ງ ຄັ້ງ​ນີ້ ແມ່ນ​ພວກ​ເຮົາ​ໄດ້​ແນະ​ນຳ​ເຖິງ​ເພື່ອນ​ມິດ​ສາ​ກົນ​ສິ​ລະ​ປະ​​ການ​ສະ​ແດງ​ຕຸກ​ກະ​ຕ​າ​ນ້ຳ, ຍ້ອນ​ການ​​ສະ​ແດງຕຸກ​ກະ​ຕ​າ​ນ້ຳແມ່ນ​ສັນ​ຍາ​ລັກ​ໃຫ້​ວັດ​ທະ​ນະ​ທຳ​ຂອງ​ເຂດ​ທົ່ງ​ພຽງ​ພາກ​ເໜືອ​ຫວຽດ​ນາມ”.

        ເວ​ທີ​ປ​າ​ໄສ​ຈະ​ດຳ​ເນີນ​ຮອດ​ວັນ​ທີ 05/11.

ຂ່າວ/ບົດ​ອື່ນ