ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງ
ຕ້ອນຮັບທ່ານ Shinsuke Sugiyama, ຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ
ພາບ:chinhphu.vn
|
(vovworld)- ວັນທີ 24/10, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ຕ້ອນຮັບທ່ານ Shinsuke Sugiyama, ຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ພວມຢ້ຽມຢາມຫວຽດນາມ ເພື່ອເຂົ້າຮ່ວມການເຈລະຈາຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ຄັ້ງທີ 5. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຕີລາຄາສູງເລື່ອງສອງຝ່າຍຈັດຕັ້ງການເຈລະຈາຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ຄັ້ງນີ້ສຳເລັດຜົນ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກວ້າງຂວາງກວ່າ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຕີລາຄາສູງບັນດາບາດກ້າວພັດທະນາໃຫມ່ໃນໄລຍະມໍ່ໆມານີ້ໃນການພົວພັນລະຫວ່າງສອງປະເທດ, ພົ້ນເດັ່ນແມ່ນເລື່ອງຍົກສູງຂອບເຂດການພົວພັນໃຫ້ຂຶ້ນສູ່ຄູ່ຮ່ວມມືຍຸດທະສາດ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ໃນການຢ້ຽມຢາມທາງລັດຖະກິດເຖິງຍີ່ປຸ່ນຂອງທ່ານປະທານປະເທດ ເຈືອງເຕີນຊາງ ເມື່ອເດືອນ 3/2014 ຜ່ານມາ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Shinsuke Sugiyama ຢືນຢັນວ່າ: ຍາມໃດຍີ່ປຸ່ນ ກໍຖືເປັນສຳຄັນ ແລະ ຢາກນຳການພົວພັນກັບຫວຽດນາມ ນັບມື້ນັບພັດທະນາຢ່າງຮອບດ້ານ ແລະ ຈະສືບຕໍ່ຫນູນຊ່ວຍຫວຽດນາມ ພັດທະນາຜ່ານການສະຫນອງທຶນ ODA ກໍຄືສົມທົບກັນຜັນຂະຫຍາຍບັນດາໂຄງການຮ່ວມມືເສດຖະກິດສຳຄັນຢ່າງມີປະສິດທິຜົນ.