ເຊີດຊູກ່ວາ 100 ຜະລິດຕະພັນອຸດສາຫະກຳຊົນນະບົດທີ່ດີເດັ່ນປີ 2017
(VOVWORLD) - ຕອນເຊົ້າວັນທີ 20 ກັນຍາ, ທີ່ຮ່າໂນ້ຍ, ກົມອຸດສາຫະກຳການຄ້າທ້ອງຖິ່ນ ສົມທົບກັບສູນຂໍ້ມູນຂ່າວສານອຸດສາຫະກຳ ແລະ ການຄ້າ,
ພິທີ ເຊີດຊູກ່ວາ 100 ຜະລິດຕະພັນອຸດສາຫະກຳຊົນນະບົດທີ່ດີເດັ່ນປີ 2017 |
ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຕັ້ງພິທີປະກາດ ແລະ ເຊີດຊູກ່ວາ 100 ຜະລິດຕະພັນໃນຈຳນວນ 700 ຜະລິດຕະພັນອຸດສາຫະກຳຊົນນະບົດທີ່ດີເດັ່ນລະດັບຊາດປີ 2017. ບັນດາຜະລິດຕະພັນໄດ້ຈັດແບ່ງຕາມກຸ່ມ ລວມມີ: ກຸ່ມຜະລິດຕະພັນເຄື່ອງສິລະປະຫັດຖະກຳ; ກຸ່ມຜະລິດຕະພັນປຸ້ງແຕ່ງກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແລະ ເຄື່ອງດື່ມ; ກຸ່ມຜະລິດຕະພັນພາຫະນະ, ເຄື່ອງຈັກ, ເຄື່ອງມື ແລະ ເຄື່ອງອາໄຫຼ່ກົນຈັກ ແລະ ກຸ່ມບັນດາຜະລິດຕະພັນອື່ນໆ.
ແລະກໍ່ໃນຕອນເຊົ້າວັນທີ 20 ກັນຍາ, ງານຕະຫລາດນັດວາງສະແດງຜະລິດຕະພັນສິນຄ້າອຸດສາຫະກຳຊົນນະບົດທີ່ດີເດັ່ນປີ 2017 ໄດ້ຖືກໄຂຂຶ້ນ. ງານວາງສະແດງຈະດຳເນີນແຕ່ວັນທີ 20 – 24 ກັນຍາປີ 2017.