ເຊີດຊູນັກທຸລະກິດໜຸ່ມທີ່ດີເດັ່ນ100ຄົນໃນການເລີ່ມປະກອບອາຊີບ

ເຊີດຊູນັກທຸລະກິດໜຸ່ມທີ່ດີເດັ່ນ100ຄົນໃນການເລີ່ມປະກອບອາຊີບ - ảnh 1
(ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈຸ​ລິວ
ກ່າວ​ຄຳ​ເຫັນ​ທີ່​ພິ​ທີ)

(vovworld) - ​ ​​ຕອນ​ເຊົ້າ​ວັນ​ທີ 04/06, ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ມອບ​ນາມ​ມະ​ຍົດ​ນ​ັກ​ທຸ​ລະ​ກິດ​ໜຸ່ມ​ດີ​ເດັ່ນ​ໃນ​​ເລີມ​ປະ​ກອບ​ອາ​ຊ​ີບປີ 2016 ​ໃນ Top 100 ນັກ​ທຸ​ລະ​ກິດ​ດີ​ເດັ່ນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລາງວັນ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈ​ຸ​ລິວ ຢືນ​ຢັນ​ວ່າ, ດ້ວຍ​ຄວາມ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ກ່ຽ​ວ​ກັບ​ບົດ​ບາດ​ຂອງ​ຖັນ​ແຖວ​ນັກ​ທຸ​ລະ​ກິດ​ໃນ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ໃນ​ຊຸມ​ປີ​ຜ່ານ​ມາ, ຫວຽດ​ນາມ ໄດ້​ສ້າງ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ ແລະ ພັດ​ທະ​ນາ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈຸ​ລິວ ​​ໄດ້ເວົ້າວ່າ.

        “ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ບັນ​ດາ​ນັກ​ທຸ​ລະ​ກິດ​ໜຸ່ມ​ທີ່​ເປັນ​ກຽດ​ໄດ້​ຮັບ​ນາມ​ມະ​ຍົດ​ເລີ່ມ​ປະ​ກອບອ​າ​ຊີບ​ທີ່​ດີ​ເດັ່ນ​ປີ 2016. ພວກ​ເພື່ອນ​ແມ່ນ​ບັນ​ດາ​ຜູ້​ຕາງ​ໜ້າ​ທີ່​ເປັນ​ແບບ​ຢ່າງ, ແມ່ນ​ຮູບ​ພາບ​ຂອງ​ຊາວ​ໜຸ່ມ​ປະ​ຈັນ​ບານລຸ້ນ​ໃໝ່​ໃນ​ແນວ​ຮົບ​ເສດ​ຖະ​ກິດ. ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ, ບັນ​ດາ​ນັກ​ທຸ​ລະ​ກິດ​ໜຸ່ມ​ຈະ​ຮຽງ​ບ່າ​ຮຽງ​ໄຫຼ່ ພ້ອມ​ກັບ​ນັກ​ທຸ​ລະ​ກິດ​ລຸ້ນ​ກ່ອນໆ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອ​ງ​ຕົນ, ແກ້​ໄຂ​​ທ​ຸກໆຄວາມ​ຫຍຸ້ງ​ຍາກ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ ເພື່ອພັດ​ທະ​ນາ​ວິ​ສາ​ຫະ​ກິດ, ຍົກ​ສ​ູງ​ອິດ​ທິ​ພົນ​ຊື່​ສຽງ​ເຄື່ອ​ງ​ໝາຍ​ຜະ​ລິດ​ຕະ​ພັ​ນ, ເຄື່ອງ​ໝາຍ​ວິ​ສາ​ຫະ​ກິດ, ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ກຳ​ລັງ​ແກ່ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ… ເພື່ອ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ຕົນ​ເອງ, ປະ​ກອບ​ສ່ວນ​ສ້າງ​ສາ​ບ້ານ​ເກີ​ດ​ເມືອງນອນ”.

ຂ່າວ/ບົດ​ອື່ນ