ເຊີດຊູ 100 ຄົນ ທີ່ເປັນແບບຢ່າງຂອງຫວຽດນາມ ໃນການ ບໍລິຈາກເລືອກດ້ວຍຄວາມສະໝັກໃຈ

ເຊີດຊູ 100 ຄົນ ທີ່ເປັນແບບຢ່າງຂອງຫວຽດນາມ ໃນການ ບໍລິຈາກເລືອກດ້ວຍຄວາມສະໝັກໃຈ - ảnh 1
ພາບປະກອບ

(vovworld) - ພິທີ​ເຊີດ​ຊູ 100 ຄົນ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈເປັນແບບຢ່າງ ຫວຽດນາມ ປີ 2013 ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ໃນ​ຕອນ​ບ່າຍ​ວັນ​ທີ 14/6, ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫ​ວຕອບ​ສະໜອງ​ວັນ​ໂລກ​ເຊີດ​ຊູ​ບັນດາຜູ້ຄົນ​ບໍລິຈາ​ກ​ເລື​ອດດ້ວຍ​ຄວາມ​ສະໝັກ​ໃຈ, ​ໂດຍ​ຄະນະ​ຊີ້ນຳ​ແຫ່ງ​ຊາດ​ຂົນຂວາຍ​ບໍລິຈາ​ກ​ເລືອ​ດດ້ວຍ​ຄວາມ​ສະໝັກ​ໃຈ​ຈັດ​ຕັ້ງຂຶ້ນ. 100 ຄົນ​ນີ້​ແມ່ນ​ຕາງໜ້າ​ໃຫ້​ຜູ້​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ​ໃນ​ທົ່ວ​ປະ​ເທດ, ສະ​ແດງ​ມູນ​ເຊື້ອສິນ​ທຳ​ອັນ​ດີງາມ, ນ້ຳ​ໃຈ​ສາມັກຄີ​ຂອງ​ທົ່ວປະຊາຊົນ ຫວຽດນາມ. ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ຜູ້ແທນ 100 ຄົນ​ບໍລິຈາກ​ເລືອດ​ຂອງ ຫວຽດນາມ ​ໄດ້ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ ຮູ່ງ ຢູ່​ເຂດ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ ວິຫານ ຮູ່ງ ທີ່​ແຂວງ ຟູ໋ທໍ້.

ຂ່າວ/ບົດ​ອື່ນ