ເຊີດຊູ 47 ບໍລິສັດທ່ອງທ່ຽວສາກົນທີ່ຂົນສົ່ງແຂກມາຫວຽດນາມ

ເຊີດຊູ 47 ບໍລິສັດທ່ອງທ່ຽວສາກົນທີ່ຂົນສົ່ງແຂກມາຫວຽດນາມ - ảnh 1


ເຊີດຊູ 47 ບໍລິສັດທ່ອງທ່ຽວສາກົນທີ່ຂົນສົ່ງແຂກມາຫວຽດນາມ
 (ພາບ:TTXVN)

(vovworld) -  “ພິທີເຊີດ​ຊູບັນດາບໍລິສັດ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ທີ່​​ໄດ້ຂົນ​ສົ່ງ​ແຂກ​ມາ​ຫວຽດນາມ“ ​ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ, ສັງກັດ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ​ ຈັດ​ຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 28/11, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດການ​ສຳຄັນ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ​ເພື່ອ​ແນ​ໃສ່​ເຊີດ​ຊູບັນດາບໍລິສັດ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ທີ່​​ໄດ້ຂົນ​ສົ່ງ​ແຂກ​ມາ​ຫວຽດນາມ, ອັນ​ໄດ້​​ເປັນ​ການປະກອບສ່ວນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ການ​ພັດທະນາ​ຂອງ​ທ່ອງ​ທ່ຽວ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ ແນະນຳ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່ ກໍ່​ຄື​ບັນດາ​ນະ​ໂຍບາຍ​ພັດທະນາ​ການທ່ອງທ່ຽວ​ໃນ​ໄລຍະ​ຈະ​ມາ​ເຖິງ​ເຖິງ 47 ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ທີ່​ມາ​ຈາກ 17 ປະ​ເທດ ​ແລະ ​ເຂດ​ແຄວ້ນ. ​ໃນ 11 ​ເດືອນ​ຂອງ​ປີ 2014, ຫວຽດນາມ​ ໄດ້​ຮັບ​ນັກ​ທ່ອງ​ທ່ຽວ​ສາກົນກວ່າ 7.2 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 5.4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013.

ຂ່າວ/ບົດ​ອື່ນ