ເຊັນອະນຸມັດແຜນການຜະລິດດຳເນີນທຸລະກິດ ຂອງກຸ່ມບໍລິສັດ ນ້ຳມັນເຊື້ອໄຟຫວຽດນາມ

ເຊັນອະນຸມັດແຜນການຜະລິດດຳເນີນທຸລະກິດ ຂອງກຸ່ມບໍລິສັດ ນ້ຳມັນເຊື້ອໄຟຫວຽດນາມ - ảnh 1

 (ພາບປະກອບ:baocongthuong.com.vn)

( vovworld ) – ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຫາ​ກໍ່ເຊັນ​ອະນຸມັດ​ແຜນການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ ​ແລະ ລົງທຶນ​ພັດທະນາ​ໃນ​ໄລຍະ 5 ປີ 2011-2015 ຂອງ​ກຸ່ມ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຫວຽດນາມ. ໜ້າ​ທີ່​ລະອຽດ​ຂອງກຸ່ມ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຫວຽດນາມ ​ໃນ​ໄລຍະ 2011-2015 ​ແມ່ນ​ກໍ່ສ້າງກຸ່ມ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຫວຽດນາມ ​ໃຫ້ກາຍ​ເປັນກຸ່ມ​ບໍລິສັດ​​ທີ່ເຂັ້ມ​ແຂງ, ນຳ​ໜ້າ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ຮັກສາ​ບົດບາດ​ຮັກສາ​ຕະຫຼາດ​​​ສະໜອງ​ນ້ຳມັນ​ເຊື້ອ​ໄຟ ​ແລະ ບັນດາ​ຜະລິດ​ຕະພັນ​ເຄມີນ້ຳມັນ​ໃຫ້ປັນ​ປົກກະຕິ… ກຸ່ມ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຫວຽດນາມ ຍັງ​​ໄດ້​ເຂົ້າຮ່ວມ​ວຽກ​ງານ​ຮັກສາ​ລາຄາ​ຕະຫຼາດ, ຕະຫຼາດນ້ຳມັນ​ເຊື້ອ​ໄຟ​ເປັນ​ປົກກະຕິ, ປະກອບ​ສ່ວນຮັບປະກັນ​ຊີວິດ​ສັງຄົມ, ປະຕິບັດ​ການ​ສະ​ສົມ ຈໍລະ​ຈອນ​ຢ່າງ​ເຂັ້ມງວດ ຕາມ​ກຳ​ນົດຂອງ​ກົດໝາຍ…ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ມອບ​ໃຫ້​ກະຊວງ​ອຸດສາຫະກຳ​ການ​ຄ້າ​ເປັນ​ປະທານ, ສົມທົບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ການ​ເງິນ ພິຈາລະ​ນະ​ຮັບຮອງ​ເອົາ​ແຜນການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ​ພັດທະນາ​ປະຈຳ​ປີ, ຮັບປະກັນ​ໃຫ້ວິ​ສາ​ຫະກິດ ປະຕິບັດ​ຖືກຕ້ອງ​ຕາມ​ແຜນການ​ທີ່ໄດ້​ຮັບ​ການ​ເຊັນ​ອະນຸມັດ.

 

 

 

ຂ່າວ/ບົດ​ອື່ນ