ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021

(VOVWORLD) -        ການສົ່ງອອກໃນເດືອນ ມັງກອນ 2022 ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ໃນນັ້ນ, ມີສິນຄ້າ 7 ປະເພດບັນລຸວົງເງິນການຄ້າສົ່ງອອກຫຼາຍກວ່າ 1 ຕື້ USD, ກວມເອົາ 63,3% ຍອດວົງເງິນສົ່ງອອກ.
ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021 - ảnh 1(ພາບ: TTXVN)

   ມີຫຼາຍເຫດຜົນທີ່ພາໄປເຖິງການບັນລຸໄດ້ໝາກຜົນເປັນໜ້າປະເອີບໃຈນີ້, ໃນນັ້ນ ມີລາຄາຂາຍເພີ່ມຂຶ້ນ ແລະ ມີສັນຍາຫຼາຍສະບັບໄດ້ຮັບການລົງນາມ, ມີສິນຄ້າຫຼາຍຖ້ຽວໄດ້ຮັບການມອບ - ຮັບ. ໃນຊຸມວັນຕົ້ນປີໃໝ່, ວິສາຫະກິດສົ່ງອອກກໍພວມຮີບເຮັ່ງທຳການຜະລິດເພື່ອໃຫ້ມອບສິນຄ້າທັນເວລາ. ນັບແຕ່ການຜະລິດຜະລິດຕະພັນແຫ້ງ, ຕະຫຼອດຮອດສິນໃນນ້ຳ ຫຼື ເຄື່ອງເຟີນີເຈີ ລ້ວນແຕ່ມີການເຕີບໂຕທີ່ໜ້າປະທັບໃຈ. ທ່ານ ຫງວຽນແມ້ງຮ່າ, ຜູ້ອຳນວຍການບໍລິສັດ ຫຸ້ນສ່ວນ ທ່າກ່ຳປັ່ນ ນາມດິ່ງຫວູ, ຫາຍຟ່ອງ ໃຫ້ຮູ້ວ່າ: ປະລິມານສິນຄ້າ ແລະ ການເດີນທະເລຂອງກ່ຳປັ່ນເພີ່ມຂຶ້ນນັບແຕ່ຊຸມວັນຕົ້ນປີໃໝ່, ດ້ວຍປະລິມານສິນຄ້າຂົນຖ່າຍຜ່ານທ່າກ່ຳປັ່ນໃນວັນຕົ້ນປີໃໝ່ແມ່ນປະມານ 150 ໂຕນ.   

ຕອບກັບ

ຂ່າວ/ບົດ​ອື່ນ