(vovworld) – ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ: “ວັນເຊື່ອມຕໍ່ບັນດາອົງການບໍ່ຂຶ້ນກັບລັດຖະບານ” ໄດ້ດຳເນີນໃນຕອນເຊົ້າວັນທີ 11/6, ຢູ່ ຮ່າໂນ້ຍ. ກອງປະຊຸມສຳມະນາເພື່ອແນໃສ່ແບ່ງປັນບັນດາທ່າອ່ຽງໃໝ່, ອັບເດັດບັນດາຜົນງານເຕັກໂນໂລຊີ ເພື່ອແນໃສ່ຊ່ວຍບັນດາອົງການບໍ່ຂຶ້ນກັບລັດຖະບານຍົກສູງປະສິດທິຜົນການເຄື່ອນໄຫວ, ຮັບໃຊ້ປະຊາຄົມໃຫ້ດີກ່ວາ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຖືວ່າ: ເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ ແລະ ພວມກາຍເປັນບັນດາແຫຼ່ງກຳລັງ ເພື່ອໜູນຊ່ວຍ ແລະ ເພີ່ມທະວີກຳລັງແກ່ງແຍ້ງໃຫ່ແຕ່ລະສ່ວນບຸກຄົນ, ບັນດາອົງການ ແລະ ວິສາຫະກິດ. ທ່ານ ຫວູຕ໋ຽນໂລກ ໃຫ້ຮູ້ວ່າ:
ເມື່ອນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງເສດຖະກິດ-ສັງຄົມ,ໃນຂົງເຂດດຳເນີນທຸລະກິດ ແລະ ບັນດາການເຄື່ອນໄຫວດ້ານສັງຄົມຈະສ້າງເປັນຂະບວນການປະຕິວັດ ກ່ຽວກັບການຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງ ຫວຽດນາມ. ເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງບໍ່ພຽງແຕ່ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນບັນດາອົງການລັດຖະບານເທົ້ານັ້ນ, ຫາກຍັງຕ້ອງນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງແຮງຢູ່ບັນດາອົງການບໍ່ຂຶ້ນກັບລັດຖະບານ, ປອດກຳໄລອີກດ້ວຍ. ກຳລັງຄວາມສາມາດແກ່ງແຍ້ງ ຂອງຫວຽດນາມ ລວມທັງລັດຖະບານ, ວິສາຫະກິດ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ, ປອດກຳໄລ.