ເປີດກວ້າງການຮ່ວມມືສາກົນໃນການແກ້ໄຂບັນຫາທາດພິດສີສົ້ມ/ດີໂອຊີນຕົກຄ້າງຫລັງສົງຄາມ

ເປີດກວ້າງການຮ່ວມມືສາກົນໃນການແກ້ໄຂບັນຫາທາດພິດສີສົ້ມ/ດີໂອຊີນຕົກຄ້າງຫລັງສົງຄາມ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:vacne.org.vn

(vovworld)- ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ​ທີ່​ຕົກ​ຄ້າງ​ຫລັງ​ສົງ​ຄາມ, ນັ້ນ​ແມ່ນ​ເນື້ອ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍ​າ​ສາດ “ໝາກ​ຜົນ​ການ​ວິ​ໄຈ​ທາດ​ພິດ​ຕົກ​ຄ້າງ ແລະ ທົດ​ລອງວິ​ທີ​ການ​ລ້າງ​ພິດ​ດີ​ໂອ​ຊີນ ຢູ່​ສະ​ຫນາມ​ບິນ A Sho  ເມືອງ A luoi ໂດຍ​ສະ​ມາ​ຄົມ​ປົກ​ປັກ​ຮັກ​ສາ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ ສົມ​ທົບ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່ ສ​ເກົາ​ຫລີ ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ໃນ​ວັນ​ທີ 29/9. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ, ບັນ​ດາ​ນັກ​ຄຸ້ມ​ຄອງ​ໃນ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໄດ້​ຕີ​ລາ​ຄາ​ສູງ​ບົດ​ຮຽນ​ ແລະ ໝາກ​ຜົນ​ການ​ທົດ​ລອງ​ລ້າງ​ພິດ​ດີ​ໂອ​ຊີນ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື ສ​ເກົາ​ຫລີ ແລະ ປາດ​ຖະ​ຫນາ​ວ່າ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຢູ່​ສູ​ນ​ກາງ ແລະ ທ້ອງ​ຖິ່ນ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ວິ​ທີ​ການ​ລ້າງ​ພິດ​ດີ​ໂອ​ຊີນ​ໃນ​ທີ່​ດິ​ນ​ຢູ່​ເມືອງ A luoi, ແລະ ອາດ​ຈະ​ນຳ​ໃຊ້​ຢູ່​ບັນ​ດາ​ເຂດ​ອື່ນ​ເພື່ອ​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ວົງ​ຄະ​ນາ​ຍາດ.


ຕອບກັບ

ຂ່າວ/ບົດ​ອື່ນ