ທີເປີດການນຳໃຊ້ ຂົວມິດຕະພາບລາວ-ໄທ
|
(vovworld)- ພິທີເປີດການນຳໃຊ້ ຂົວມິດຕະພາບລາວ-ໄທ 4 (ຫ້ວຍຊາຍ-ຊຽງຂອງ) ໄດ້ຈັດຂຶ້ນຢ່າງເປັນທາງການຂຶ້ນ ໃນວັນທີ 11 ທັນວາ 2013 ທີ່ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ຫ່າງຈາກນະຄອນຫລວງວຽງຈັນປະມານ 700 ກິໂລແມັດໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດລາວ, ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ພ້ອມດ້ວຍແຂກຖືກເຊີນເປັນຈຳນວນຫລວງຫລາຍ. ຂົວມິດຕະພາບ 4 ເຊື່ອມຕໍ່ ລາວ ແລະ ໄທ ມີຍອດລາຍຈ່າຍກວ່າ 48 ລ້ານ USD, ຍາວກວ່າ 630 ແມັດ, ກວ້າງເກືອບ 15 ແມັດ. ມາຮອດປະຈຸບັນ, ລາວ ແລະ ໄທ ໄດ້ກໍ່ສ້າງຂົວມິດຕະພາບ 4 ແຫ່ງເຊື່ອມຕໍ່ຊາຍແດນສອງປະເທດບົນແມ່ນຳ້ຂອງ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ການພົວພັນດ້ານການຄ້າ ແລະ ທ່ອງທ່ຽວລະຫວ່າງ ລາວ, ມຽນມາ, ໄທ ແລະ ຈີນ.