ເປີດງານລ້ຽງຄະນະທູຕານຸທູດເນື່ອງໃນໂອກາດບູນປີໃໝ່ ປີມະເສງ


ເປີດງານລ້ຽງຄະນະທູຕານຸທູດເນື່ອງໃນໂອກາດບູນປີໃໝ່ ປີມະເສງ - ảnh 1
ທ່ານ​ລັດຖະມົນຕີ ຟ້າ​ມບິ່ງ​ມິນ
​ເຂົ້າຮ່ວມງານລ້ຽງ​ຄະນະ​ທູຕານຸທູດ
(ພາບ: cpv.org.vn)

(vovworld) -     ​ເນື່ອງ​ໃນ​ໂອກາດບູນປີ​ໃໝ່ ປີ​ມະ​ເສ​ງ 2013, ຕອນ​ຄໍ່າ​ວັນ​ທີ 01/02, ຢູ່​ຮ້າ​ໂນ້ຍ, ທ່ານ​ ຟ້າ​ມບິ່ງ​ມິ​ງ ລັດຖະມົນຕີ​ການ​ຕ່າງປະ​ເທດ, ທ່ານ ຮວ່າງ​ຕ໋ວນ​ແອ​ງ ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ທ່ານ ຫງວຽນ​ເທ໋ທາວ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ພ້ອມ​ກັບ​ພັນ​ລະ​ຍາ​ໄດ້​ເປັນ​ປະທານ​ງານ​ລ້ຽງ​ບັນດາ​ເອກ​ອັກຄະ​ລັດຖະທູດ, ອັກຄະ​ລັດຖະທູດ, ຫົວ​ໜ້າ​ຜູ້​ຕາງໜ້າ​ບັນດາ​ອົງການຈັດ​ຕັ້ງ​ສາກົນ, ຫົວໜ້າ​ສະຖານກົງສູນ​ກິ​ຕິ​ມະ​ສັກ​ປະ​ເທດ​ຕ່າງໆ ປະຈຳ​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ລັດຖະມົນຕີ ຟ້າ​ມບິ່ງ​ມິນ ​ໄດ້​ຫວນ​ຄືນ​ບັນດາ​ຜົນງານ​ຂອງ​ຫວຽດນາມ ​ໃນ​ ປີຜ່ານມາ ​ແລະ ​ເນັ້ນ​ໜັກ​​ເຖິງບົດບາດ​ຂອງວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ການ​ເປີດ​ກວ້າງ ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ສະໜິດ​ແໜ້ນ​ກັບ​ບັນດາ​ຜູ້​ແທນ​ທີ່​ຕາງໜ້າ​ອົງການ​ປ້ອງ​ກັນ​ຄວາ​ມສະຫງົບ, ກະຊວງ​ພາຍ​ໃນ, ຕຳຫຼວດ​ຂອງ​ສະຖານທູດ ​ແລະ ອົງການຈັດ​ຕັ້ງ​ສາກົນ​ຕ່າງໆ​ຢູ່​ຫວຽດນາມ. ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕໍ່າ​ຫຼວດຫວຽດນາມ ​ກັບ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຂອງ​ປະ​ເທດ​ຕ່າງໆ, ອົງການ​ຈັດ​ຕັ້ງສາກົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ​ກ່າວເຂົ້າ​ສູ່​ລວງ​ເລີກ, ມີ​ປະສິດທິ​ຜົນຢ່າງ​ແທດ​ຈິງ, ປະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທັງສັງຄົມ​ຂອງແຕ່ລະ​ປະ​ເທດ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົ​ນ​ໂລກ.


ຂ່າວ/ບົດ​ອື່ນ