ເປີດຕົວລະບົບຄົ້ນຫາຂໍ້ມູນຂ່າວສານ - Viettel Data Mining Platform

(VOVWORLD) -ນີ້ແມ່ນໜຶ່ງໃນບັນດາເຫດການແນະນຳລະບົບດີຈີຕອນຂອງຫວຽດນາມ ເພື່ອແນໃສ່ປະຕິບັດ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030” ເຊິ່ງທ່ານນາຍົກລັດຖະມົນຕີອະນຸມັດຜ່ານ.

ເປີດຕົວລະບົບຄົ້ນຫາຂໍ້ມູນຂ່າວສານ - Viettel Data Mining Platform - ảnh 1ພິທີເປີດຕົວລະບົບຄົ້ນຫາຂໍ້ມູນຂ່າວສານ - Viettel Data Mining Platform

(ພາບ: TTXVN)

ຕອນເຊົ້າວັນທີ 18 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດພິທີເປີດຕົວລະບົບຄົ້ນຫາຂໍ້ມູນຂ່າວສານ - Viettel Data Mining Platform. ນີ້ແມ່ນໜຶ່ງໃນບັນດາເຫດການແນະນຳລະບົບດີຈີຕອນຂອງຫວຽດນາມ ເພື່ອແນໃສ່ປະຕິບັດ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030” ເຊິ່ງທ່ານນາຍົກລັດຖະມົນຕີອະນຸມັດຜ່ານ.

        Viettel Data Mining Platform ກຳເນີດດ້ວຍຈຸດປະສົງສະໜອງລະບົບແຈ້ງຂໍ້ມູນຊ່ວຍໃຫ້ອຳນາດການປົກຄອງ ແລະ ວິສາຫະກິດອອກຂໍ້ຕົກລົງຢ່າງອັດສະລິຍະ, ສະເໜີແນະການຂາຍເຄື່ອງບົນພື້ນຖານຂໍ້ມູນທາງວິທະຍາສາດ, ນອກນັ້ນ, ລະບົບນີ້ຍັງກວດພົບ ແລະ ກ່າວເຕືອນສິ່ງທີ່ຜິດປົກກະຕິຄື ຄວາມສ່ຽງໃນການເຄື່ອນໄຫວ, ຄວາມຜິດປົກກະຕິໃນຖານຂໍ້ມູນແລກປ່ຽນ... ທ່ານ ຫງວຽນຈ້ອງເດື່ອງ, ຮອງຫົວໜ້າກົມຄອມພິວຕີ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ປາດຖະໜາວ່າ: Viettel Data Mining Platform ຈະນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນແບບ ແລະ ໄດ້ນຳໃຊ້ຢ່າງກວ້າງຂວາງກວ່າໃນວິສາຫະກິດ ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດດີຈີຕອນ.

        “ພວກຂ້າພະເຈົ້າໄດ້ສົ່ງເສີມບໍລິສັດ, ກຸ່ມບໍລິສັດໃຫຍ່ນຳເອົາເຄື່ອງມືທີ່ດີຂອງຕົນອອກສູ່ຕະຫຼາດ ເພື່ອໃຫ້ປະຊາຄົມວິສາຫະກິດ, ປະຊາຊົນນຳໃຊ້ສິ່ງຍອດຍິ່ງພູມປັນຍາຂອງບັນດາບໍລິສັດ. Viettel ເປີດຕົວລະບົບໃໝ່ນີ້ ເພື່ອຊ່ວຍໃຫ້ວິສາຫະກິດ, ບັນດາອົງການຈັດຕັ້ງມີພາຫະນະຫັນເປັນດີຈີຕອນຢ່າງວ່ອງໄວ”.

ຕອບກັບ

ຂ່າວ/ບົດ​ອື່ນ