ພິທີຕັດແຖບຜ້າເປີດສະຫຼອງສະຖານກົງສູນໃຫ່ຍຫວຽດນາມປະຈຳແຂວງຫຼວງພະບາງ
|
(vovworld) - ຕອນເຊົ້າວັນທີ 20/10 ຢູ່ແຂວງຫຼວງພະບາງ ພາກເໜືອຂອງລາວ, ສະຖານກົງສູນໃຫ່ຍຫວຽດນາມປະຈຳແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີເປີດສະຫຼອງສຳນັກງານ, ເຮືອນຢູ່ຂອງພະນັກງານ, ພາລະກອນ ອົງການຕາງໜ້າຫວຽດນາມປະຈຳຫຼວງພະບາງ. ກ່າວຄຳເຫັນທີ່ພິທີ ທ່ານ ເຈິ່ນວັນຕ໋ວນ ຫົວໜ້າສະຖານກົງສູນໃຫຍ່ ໃຫ້ຮູ້ວ່າ: ໂຄງການ “ສຳນັກງານ, ເຮືອນຢູ່ຂອງພະນັກງານ, ພາລະກອນ ອົງການຕາງໜ້າຫວຽດນາມປະຈຳຫຼວງພະບາງ” ມີເນື້ອທີ່ກໍ່ສ້າງແມ່ນ 1.232 ຕາແມັດ, ລວມມີ ອາຄານເຮັດວຽກ ແລະ ເຮືອນຮັບແຂກພົວພັນຕ່າງປະເທດ ດ້ວຍຍອດມູນຄ່າການກໍ່ສ້າງເກືອບ 3 ລ້ານໂດລາສະຫະລັດ. ພາຍຫຼັງ ດຳເນີນການກໍ່ສ້າງມາເປັນເວລາໜຶ່ງປີ “ຊາຍຄາລວມ” ຂອງປະຊາຄົມຊາວຫວຽດນາມຢູ່ພາກເໜືອຂອງລາວໄດ້ກໍ່ສ້າງສຳເລັດ, ປະກອບສ່ວນເພີ່ມຄວາມງາມໃຫ້ເມືອງຫຼວງພະບາງ ນະຄອນແຫ່ງການທ່ອງທ່ຽວກວ່າອີກ. ທ່ານ ເຈິ່ນວັນຕ໋ວນ ຢືນຢັນວ່າ ສຳນັກງານໃໝ່ຂອງສະຖານກົງສູນໃຫຍ່ຫວຽດນາມປະຈຳຫຼວງພະບາງ ກ່ອນອື່ນໝົດແມ່ນໝາກຜົນຂອງການພົວພັນ ສາມັກຄີແບບພິເສດ, ຊື່ສັດບໍລິສຸດ, ໂປ່ງໃສ ຫວຽດນາມ-ລາວ, ລາວ-ຫວຽດນາມ, ແມ່ນປະກົດການທີ່ມີຊີວິດຊີວາຂອງການໜູນຊ່ວຍ, ຊ່ວຍເຫຼືອຢ່າງແທດຈິງ ແລະ ມີປະສິດທິຜົນຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຫຼວງພະບາງສຳລັບອົງການຕາງໜ້າສະຖານກົງສູນຫວຽດນາມປະຈຳພາກເໜືອຂອງລາວ.