ເປີດສະຫຼອງເສົາຫຼັກໝາຍ ສຸດທ້າຍລະຫວ່າງ ແຂວງກວາງຈິ ແລະ ແຂວງ ສາລະວັນ

ເປີດສະຫຼອງເສົາຫຼັກໝາຍ ສຸດທ້າຍລະຫວ່າງ ແຂວງກວາງຈິ ແລະ ແຂວງ ສາລະວັນ - ảnh 1
ການນຳແຂວງກວາງຈິ ແລະ ແຂວງສາລະວັນ
ເຂົ້າຮ່ວມພິທີເປີດສະຫຼອງເສົາຫຼັກໝາຍ 638
(ພາບ : tienphong)


Vovworld-  ວັນທີ 31/8, ແຂວງກວາງຈິ ແລະ ແຂວງສາລະວັນ ໄດ້ຈັດພິທີເປີດສະຫຼອງ ແລະ ມອບຮັບເສົາຫຼັກໝາຍນ້ອຍ 638 ຊຶ່ງແມ່ນ ຫຼັກໝາຍສຸດທ້າຍໄດ້ຮັບ​ການ​ກໍ່ສ້າງ​ບົນ​ເສັ້ນ​ຊາຍ​ແດນ​ລະຫວ່າງ ແຂວງ ກວາງຈິ ແລະ ແຂວງສາລະວັນ , ຊຶ່ງ​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ ​ແລະ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື ລະຫວ່າງ 2 ປະ​ເທດ, ​ແລະ ກໍ​ເປັນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ. ການ​ກໍ່ສ້າງ ເສົາຫຼັກໝາຍນ້ອຍ 638 ​ໄດ້​ຮັບ​ການ​ກຳນົດ​ວ່າ ​ແມ່ນໜ້າ​ທີ່​ສຳຄັນ, ມີ​ຄວາມ​ໝາຍ​ໃນ​ການ​ສ້າງ​ຜົນສຳ​ເລັດ​ຂອງ​ແຜນການ​ບູລະນະ​ ​ແລະ ກໍ່ສ້າງ​ຫຼັກ​ໝາຍ​ຖີ່​ແຫ່ງ​ຊາດ, ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານການ​ເມືອງ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ 2 ​ແຂວງ .

 

ຂ່າວ/ບົດ​ອື່ນ