(ພາບປະກອບ)
(vovworld) - ກ່າວຄຳເຫັນທີ່ກອງປະຊຸມຂອງຄະນະຊີ້ນຳເຂດ ໄຕຫງວຽນ ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 09/03, ຢູ່ ແຂວງດັກລັກ, ທ່ານລັດຖະມົນຕີກະຊວງຕຳຫຼວດ, ຫົວໜ້າຄະນະຊີ້ນຳເຂດໄຕຫງວຽນ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ບັນດາແຂວງໃນເຂດ ຕ້ອງຍູ້ແຮງມາດຕະການຕ່າງໆເພື່ອສະກັດກັ້ນບັນດາຜົນກະທົບທີ່ຍໍ້ທໍ້ໂດຍທຳມະຊາດກໍຂຶ້ນ. ທ່ານລັດຖະມົນຕີໃຫ້ຄຳຕັກເຕືອນວ່າ ຄະນະຊີ້ນຳເຂດໄຕຫງວຽນ ຄວນເອົາໃຈໃສຕື່ມອີກກ່ຽວກັບທຶນພັດທະນາການຜະລິດສຳລັບຜູ້ທຸກຍາກ ແລະ ຊາວຊົນເຜົ່າສ່ວນນ້ອຍ, ພົວພັນເຮັດວຽກກັບບັນດາຂະແໜງການຂອງແຂວງຕ່າງໆເພື່ອບຳລຸງສ້າງວິຊາຊີບ, ແກ້ໄຂ້ວຽກເຮັດງານທຳໃຫ້ແກ່ພໍແມ່ປະຊາຊົນ. ຄຽງຂ້າງນັ້ນ, ກະກຽມໃຫ້ແກ່ກອງປະຊຸມສົ່ງເສີມການລົງທຶນຂອງເຂດໃນເດືອນ 4, ຢູ່ ແຂວງຢາລາຍ.