ເພີ່ມທະວີການປະສານສົມທົບລະຫວ່າງຄະນະປະຈຳສະພາແຫ່ງຊາດແລະສູນກາງແນວໂຮມປະເທດຊາດຫວຽດນາມ

ເພີ່ມທະວີການປະສານສົມທົບລະຫວ່າງຄະນະປະຈຳສະພາແຫ່ງຊາດແລະສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1
ທ່ານ​ ຫງວຽນ​ຊີງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ ​ແລະ ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ

(vovworld)-  ຕອນ​ບ່າຍ​ວັນ​ທີ 10/1, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ການ​ປະສານ​ສົມທົບ​ວຽກ​ງານ​ປີ 2014. ທ່ານ​ ຫງວຽນ​ຊີງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ ​ແລະ ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເປັນ​ປະ​ທານ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີ​ງຮຸ່ງ ​ໄດ້​ເນັ້ນ​ຫນັກ​ວ່າ: ປີ 2014 ​ແມ່ນ​ປີ​ສຳຄັນ​ພິ​ເສດ ດ້ວຍ​ການ​ສຳ​ເລັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ (2011-2015), ປີ​ທຳ​ອິດ​ແຫ່ງ​ການ​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ, ຮຽກຮ້ອງ​ໃຫ້​ສອງ​ອົງການ​ຕ້ອງ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນກວ່າ. ​

ຂ່າວ/ບົດ​ອື່ນ