ເພີ່ມທະວີການພົວພັນມິດຕະພາບ,ພົວພັນຕ່າງປະເທດແລະສ້າງກົດໝາຍລະຫວ່າງຫວຽດນາມ-ອີຕາລີ

(VOVWORLD) -ໃນລະຫວ່າງວັນທີ 29 ພະຈິກ ຫາວັນທີ 03 ທັນວາ, ຄະນະປະຕິບັດງານຂອງກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມເຍົາວະຊົນ ອະນຸຊົນ ສັງກັດສະພາແຫ່ງຊາດຫວຽດນາມ ໂດຍທ່ານຫົວໜ້າຄະນະກຳມາທິການ ຟານແທງບິ່ງ ນຳໜ້າໄດ້ມີການເຮັດວຽກຢູ່ອີຕາລີ. ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ແທນໄດ້ມີບັນດາການພົບປະ, ເຮັດວຽກກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງອີຕາລີ.

ເພີ່ມທະວີການພົວພັນມິດຕະພາບ,ພົວພັນຕ່າງປະເທດແລະສ້າງກົດໝາຍລະຫວ່າງຫວຽດນາມ-ອີຕາລີ - ảnh 1

 ເພີ່ມທະວີການພົວພັນມິດຕະພາບ,ພົວພັນຕ່າງປະເທດແລະສ້າງກົດໝາຍລະຫວ່າງຫວຽດນາມ-ອີຕາລີ

(ພາບ: Vietnam+)

ທ່ານຫົວໜ້າກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ ອະນຸຊົນ ຟານແທງບິ່ງ ສັງກັດສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ, ຈຸດປະສົງຂອງການໄປປະຕິບັດງານແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ພົວພັນກັບຕ່າງປະເທດ ແລະ ສ້າງກົດໝາຍລະຫວ່າງສະພາແຫ່ງຊາດ 2 ປະເທດ. ຄຽງຂ້າງນັ້ນ, ແມ່ນຊອກຮູ້ນະໂຍບາຍແຫ່ງຊາດ, ລະບົບກົດໝາຍໃນຂົງເຂດທີ່ກ່ຽວຂ້ອງ ແລະ ສະເໜີທິດທາງຮ່ວມມືລະອຽດ; ສຳຫຼວດບັນດາຂົງເຂດການສຶກສາຂັ້ນມະຫາວິທະຍາໄລ, ການທ່ອງທ່ຽວ, ກິລາ ແລະ ວຽກງານຊາວໜຸ່ມ.

        ຜ່ານບັນດາການເຈລະຈາ ແລະ ແລກປ່ຽນ, ຝ່າຍອີຕາລີ ໄດ້ຕີລາຄາສູງການຮ່ວມມືລະຫວ່າງຫວຽດນາມ ແລະ ອີຕາລີ, ໂດຍສະເພາະແມ່ນພາຍຫຼັງ 2 ປະເທດລົງນາມໃນສັນຍາການພົວພັນຄູ່ຮ່ວມມືຍຸດທະສາດເມື່ອປີ 2013, ຖືວ່າ, ການຮ່ວມມືລະຫວ່າງ 2 ປະເທດພວມນັບມື້ນັບພັດທະນາໃນທຸກຂົງເຂດ. 2 ຝ່າຍໄດ້ເຫັນດີຄວນເພີ່ມທະວີບັນດາການຢ້ຽມຢາມ ແລະ ເຮັດວຽກລະຫວ່າງການນຳ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ