(vovworld) - ວັນທີ 6/2, ທ່ານ ລີ ບຸນຄຳ, ເອກອັກຄະລັດຖະທູດລາວ ປະຈຳ ໄທ ໄດ້ໄປອວຍພອນປີໃໝ່ການນຳ ແລະ ພະນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ບາງກອກ ເນື່ອງໃນໂອກາດບຸນປີໃໝ່ ປີມະເສງ 2013. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສືບຕໍ່ບັນດາເຫດການຂອງປີ 2012, ເຊິ່ງແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ. ເອກອັກຄະລັດຖະທູດລາວ ປະຈຳ ໄທ ຢັ້ງຢືນວ່າ: ການພົວພັນລະຫວ່າງ ລາວ - ຫວຽດນາມ ແມ່ນການພົວພັນພິເສດ. ໃນປີຜ່ານມາ, 2 ຝ່າຍໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາ ເພື່ອແນໃສ່ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງ 2 ປະເທດ. ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ໂງວັນຖັງ ແລ້ວ, ຫວຽດນາມ ແລະ ລາວ ແມ່ນ 2 ປະເທດອ້າຍນ້ອງ, ມີການພົວພັນມິດຕະພາບແບບພິເສດທີ່ເປັນມູນເຊື້ອ. ໃນຕະຫຼອດ 50 ປີຜ່ານມາ, ການພົວພັນຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດມີບາດກ້າວພັດທະນາຢ່າງຕໍ່ເນື່ອງ ແລະ ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃຫ້ທັງ 2 ປະເທດ. ການພົວພັນດ້ານການເມືອງນັບມື້ນັບໄດ້ຮັບການຮັດແໜ້ນ. ການຮ່ວມມືດ້ານເສດຖະກິດມີບາດກ້າວພັດທະນາຢ່າງຈະແຈ້ງ. ການຮ່ວມມືດ້ານການສຶກສາ, ບຳລຸງສ້າງ ໄດ້ຮັບການເອົາໃຈໃສ່ເປັນພິເສດທັງດ້ານຈຳນວນ ແລະ ຄຸນນະພາບ. ການພົວພັນຮ່ວມມືກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການໂອ້ລົມສົນທະນານັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນ. ອິດທິພົນຊື່ສຽງກໍ່ຄືທີ່ຕັ້ງບົດບາດຂອງ 2 ປະເທດລ້ວນແຕ່ໄດ້ຮັບການຍົກສູງຂຶ້ນຢູ່ພາກພື້ນ ແລະ ຢູ່ໃນໂລກ.