ເພີ່ມທະວີການສົມທົບວຽກງານລະຫວ່າງລັດຖະບານແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ກອງປະຊຸມລະຫວ່າງລັດຖະບານ ແລະ ຄະນະກຳມະການ
ສູນກາງແນວໂຮມ
photo:vietnamplus.vn
|
(vovworld) -ຕອນບ່າຍວັນທີ 19/2, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມດ້ວຍທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເປັນປະທານກອງປະຊຸມລະຫວ່າງລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອຕີລາຄາໝາກຜົນການປະສານສົມທົບວຽກງານປີ 2013 ຜ່ານມາ ແລະ ວາງອອກບັນດາຫນ້າທີ່ຈຸດສຸມໃນປີ 2014. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ: ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບລັດຖະບານໃນການສ້າງສາ, ປັບປຸງ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ, ເສີມຂະຫຍາຍປະຊາທິປະໄຕ, ເຂົ້າຮ່ວມການກໍ່ສ້າງພັກ, ອຳນາດການປົກຄອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ສ້າງນະໂຍບາຍ, ກົດໝາຍ… ພ້ອມທັງສະເຫນີລັດຖະບານ ຈົ່ງພິຈາລະນາ, ແກ້ໄຂບັນດາຂໍ້ສະເຫນີຂອງແນວໂຮມປະເທດຊາດຊື່ງໄດ້ຍົກອອກມາທີ່ກອງປະຊຸມໂດຍໄວ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
“ພວກເຮົາສົມທົບກັນເພື່ອປະຕິບັດວຽກງານຕິດຕາມກວດກາການໄຈ້ແຍກຕີລາຄາ ເພື່ອໃຫ້ການເຄື່ອນໄຫວຂອງ ລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນນັບມື້ນັບດີກວ່າ, ຊັດເຈນກວ່າ ແລະ ໃກ້ຊິດຕິດແທດກັບຊີວິດກວ່າ. ”