(vovworld) - ໃນແຈ້ງການທີ່ພິທີຕ້ອນຮັບເອກອັກຄະລັດຖະທູດ ຫວຽດນາມ ຟ້າມເຈື່ອງຢາງ ຍື່ນສານຕາຕັ້ງ, ທ່ານປະທານາທິບໍດີ Bénin Thomas Yayi ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່, ພ້ອມທັງສະເໜີການສ້າງຕັ້ງຄະນະກຳມະການປະສົມລະຫວ່າງ ຫວຽດນາມ - Bénin ເພື່ອພ້ອມກັນສ້າງຕັ້ງວິວັດທະນາການເພີ່ມທະວີການພົວພັນ 2 ຝ່າຍ. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ Bénin ກໍ່ຢັ້ງຢືນຄືນໃໝ່ເລື່ອງຮອງຮັບ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ. ທີ່ພິທີຍື່ນສານຕາຕັ້ງໃນວັນທີ 18/9, ທ່ານປະທານາທິບໍດີ Besnin Thomas Yayi ເນັ້ນໜັກວ່າ: 2 ຝ່າຍຄວນດຳເນີນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຕະຫຼາດ ແລະ ຄວາມສາມາດບົ່ມຊ້ອນຂອງກັນຢ່າງມີປະສິດທິຜົນ, ສະແດງຄວາມປາດຖະໜາຢາກເພີ່ມທະວີການນຳເຂົ້າສິນຄ້າຈາກ ຫວຽດນາມ ຄື: ເຂົ້າສານ, ສິນຄ້າໃຊ້ສອຍ. Bénin ສະເໜີໃຫ້ ຫວຽດນາມ ສົ່ງນັກຊ່ຽວຊານມາໜູນຊ່ວຍ ຫຼື ສ້າງຕັ້ງວິສາຫະກິດຮ່ວມທຸລະກິດກ່ຽວກັບກະສິກຳ, ກໍ່ສ້າງ, ຮຽກຮ້ອງໃຫ້ ຫວຽດນາມ ເພີ່ມທະວີການສຳພັດກັບຕະຫຼາດ Bénin. Bénin ກໍ່ສະເໜີໃຫ້ 2 ປະເທດສ້າງຕັ້ງ ແລະ ນຳຄະນະກຳມະການປະສົມ ຫວຽດນາມ - Bénin ເຂົ້າເຄື່ອນໄຫວ, ພ້ອມກັນສ້າງວິວັດທະນາການໃຫ້ແກ່ການເພີ່ມທະວີການພົວພັນ 2 ຝ່າຍ.