ເພີ່ມທະວີການຮ່ວມມືລະຫວ່າງອົງການກວດສອບບັນຊີ ຫວຽດນາມ ແລະ ມ້ຽນມ້າ
( ພາບປະກອບ)
( vovworld.vn ) ຕອນບ່າຍວັນທີ 7 ກຸມພາ ຢູ່ ຮ່າໂນ້ຍ, ອົງການກອດສອບບັນຊີແຫ່ງລັດ ຫວຽດນາມ ແລະ ອົງການກວດສອບບັນຊີແຫ່ງລັດສະຫະພາບ ມ້ຽນມ້າ ໄດ້ມີການເຮັດວຽກຮ່ວມກັນເພື່ອແນໃສ່ແບ່ງປັນບັນດາບົດຮຽນດ້ານວິຊາສະເພາະລະຫວ່າງອົງການກວດສອບບັນຊີຂອງ 2 ປະເທດ. ທີ່ການເຮັດວຽກ, ຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ທ່ານ ດິງຕ໋ຽນຢຸງ ປາດຖະໜາວ່າ, ໃນໄລຍະທີ່ຈະມາເຖິງອົງການກວດສອບບັນຊີແຫ່ງລັດສະຫະພາບ ມ້ຽນມ້າ ຈະແບ່ງປັນບັນດາບົດຮຽນໃນການດຳເນີນການກວດສອບບັນຊີການເຄື່ອນໄຫວ, ກວດສອບບັນຊີວຽກງານຄຸ້ມຄອງ, ນຳໃຊ້ທີ່ດິນ, ຊັບພະຍາກອນແຮ່ທາດ … 2 ຝ່າຍກໍ່ເຫັນດີເພີ່ມທະວີການສະໜອງບັນດາຂໍ້ມູນຂ່າວ, ບົດຮຽນທີ່ກ່ຽວຂ້ອງເຖິງວິຊາການກວດສອບບັນຊີເພື່ອພ້ອມກັນຍົກສູງຄວາມສາມາດຂອງແຕ່ລະຝ່າຍ, ເພີ່ມທະວີການຮ່ວມມືດ້ານການສຶກສາ, ແບ່ງປັນຄວາມຮູ້ຜ່ານກອງປະຊຸມ, ກອງປະຊຸມສຳມະນາຮ່ວມກ່ຽວກັບການເຄື່ອນໄຫວກວດສອບບັນຊີ. 2 ຝ່າຍຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສຫຼາຍຝ່າຍ, ພິເສດໃນຂອບເຂດບັນດາອົງການກວດສອບບັນຊີສູງສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ( ອາຊຽນ SAI ) ເພື່ອຊ່ວຍ ອາຊຽນ SAI ໃຫ້ນັບມື້ນັບໄດ້ຮັບການພັດທະນາ.