ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງນະຄອນໂຮ່ຈີມິນ ແລະ ສະຫະພັນ ໄມໂຄຼນີເຊຍ

(VOVWORLD) -ວັນທີ 14 ມິຖຸນາ, ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ໄມໂຄຼນີເຊຍ ໂດຍທ່ານປະທານສະພາແຫ່ງຊາດ ໄມໂຄຼນີເຊຍ Wesley W.Simia ນຳໜ້າ, ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງນະຄອນໂຮ່ຈີມິນ ແລະ ສະຫະພັນ ໄມໂຄຼນີເຊຍ - ảnh 1ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄຕ້ອນຮັບທ່ານປະທານສະພາແຫ່ງຊາດ ໄມໂຄຼນີເຊຍ Wesley W.Simia 

(ພາບ: Tien Luc/TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທ່ງຟອງ ຢັ້ງຢືນວ່າ ນະຄອນໂຮ່ຈີມິນ ຍາມໃດກໍຖືເປັນສຳຄັນ ເລື່ອງພັດທະນາການພົວພັນມິດຕະພາບ, ຮ່ວມມືຫຼາຍດ້ານກັບ ໄມໂຄຼນີເຊຍ. ແນະນຳກ່ຽວກັບສະພາບເສດຖະກິດ - ສັງຄົມ ນະຄອນໂຮ່ຈີມິນ, ທ່ານ ຫງວຽນແທ່ງຟອງ ຫວັງວ່າ ໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ແລະ ໄມໂຄຼນີເຊຍ ຈະສືບຕໍ່ຮັກສາ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເພີ່ມທະວີການແລກປ່ຽນພົບປະປະຊາຊົນ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ຄື ກະສິກຳ, ລ້ຽງປູກສິນໃນນ້ຳ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ… ນະຄອນໂຮ່ຈີມິນ ກໍພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ໃນວິວັດການປ່ຽນແປງໃໝ່, ພັດທະນາເສດຖະກິດ- ສັງຄົມຂອງນະຄອນໂຮ່ຈີມິນ ແລະ ໄມໂຄຼນີເຊຍ.

        ສ່ວນ ທ່ານປະທານສະພາແຫ່ງຊາດ ໄມໂຄຼນີເຊຍ Wesley W.Simia ແບ່ງປັນວ່າ ຜ່ານການຢ້ຽມຢາມຄັ້ງນີ້, ໄມໂຄຼນີເຊຍ ປາດຖະໜາຢາກຖອດຖອນບົດຮຽນການພັດທະນາເສດຖະກິດຂອງຫວຽດນາມ ກໍຄືນະຄອນໂຮ່ຈີມິນ; ພ້ອມທັງເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ