ເພີ່ມທະວີການໂຄສະນາ ກ່ຽວກັບການຄຸ້ມຄອງ ເຂດຊາຍແດນ, ອະທິປະໄຕຜືນແຜ່ນດິນ
(ພາບປະກອບ)
(vovworld) - ວັນທີ 07 ພະຈິກ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງດ້ຽນບຽນ ຈັດກອງປະຊຸມໂຄສະນາກ່ຽວກັບວຽກງານຄຸ້ມຄອງເຂດຊາຍແດນ, ອະທິປະໄຕຜືນແຜ່ນດິນ. ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບບາງເນື້ອໃນຄື ສະພາບເຂດຊາຍແດນຫວຽດນາມ - ຈີນ ພາຍຫຼັງທີ່ເອກະສານນິຕິກຳທາງບົກ 3 ສະບັບໄດ້ຮັບການລົງນາມລະຫວ່າງຫວຽດນາມ - ຈີນ ມີຜົນສັກສິດ ແລະ ສະພາບເຂດຊາຍແດນ, ອະທິປະໄຕຂອງຫວຽດນາມ ກັບ ລາວ ແລະ ກຳປູເຈຍ, ຄວາມໝັ້ນຄົງດ້ານການເມືອງໃນເຂດຊາຍແດນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນແອງຢຸງ, ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດຫວຽດນາມ, ຢືນຢັນວ່າ ເລື່ອງລົງນາມໃນເອກະສານນິຕິກຳ 3 ສະບັບກ່ຽວກັບເຂດຊາຍແດນ ໄດ້ເຂົ້າຊີວິດຕົວຈິງ ແລະ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຂະແໜງທີ່ມີໜ້າທີ່ຂອງທັງ 2 ຝ່າຍດຳເນີນການຄຸ້ມຄອງເຂດຊາຍແດນຢ່າງມີວິທະຍາສາດ, ມີປະສິດທິຜົນ, ເປີດກາລະໂອກາດໃໝ່ໃຫ້ວິກິດການສ້າງສາ ແລະ ພັດທະນາຢູ່ແຕ່ລະປະເທດ, ພິເສດແມ່ນສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນຢູ່ເຂດຊາຍແດນ 2 ປະເທດເປີດກວ້າງການຮ່ວມມື, ພັດທະນາເສດຖະກິດ, ເພີ່ມທະວີການພົວພັນແລກປ່ຽນມິດຕະພາບ, ປະກອບສ່ວນຊຸກຍູ້ເສດຖະກິດສັງຄົມຢູ່ບັນດາທ້ອງຖິ່ນຕິດກັບເຂດຊາຍແດນ.